ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-29 18:16:45    
ຈີນ​ຮຽກ​ຮ້ອງ​ອາ​ເມ​ລິ​ກາ​ໃຊ້​ມາດ​ຕະ​ການ​ຕົວ​ຈິງ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເຈົ້າ​ໜ້າ​ທີ່​​ເສີນ​ສຸຍ​ປຽນ​ກໍ່​ເຫດ​ການ​ໃຫ້​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ

cri Author: d
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ29ກຸມພາ​ນີ້ ທ່ານ​ສຽນລີ້​ຮວາ ຫົວໜ້າ​ຫ້ອງການ​ວຽກ​ງານ​ຕ່າງປະ​ເທດ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຮຽກຮ້ອງ​ໃຫ້ອາ​ເມ​ລິ​ກາ​ໃຊ້​ມາດ​ຕະການ​ຕົວ​ຈິງ​ເພື່ອ​ປ້ອງ​ກັນບໍ່​ໃຫ້​ເຈົ້າໜ້າ​ທີ່​​ເສີນ​ສຸຍ​ປຽນ​ກໍ່​ເຫດການ​ໃຫ້​ໄຕ້​ຫວັນ​ເປັນ​ເອກະລາດ.

​ໃນ​ການ​ພົບ​ປະ​ວຽກ​ງານ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລະຫວ່າງ​ຈີນອາ​ເມ​ລິ​ກາ​ທີ່​ຈັດ​ຂຶ້ນ​ຢູ່​ຊຽງ​ໄຮ້​ໃນ​ມື້​ດຽວ​ກັນ ທ່ານ​ສຽນ​ລີ້​ຮວາ​ໄດ້​ບັນຍາຍຫຼັກ​ໝັ້ນຫຼັກການ​ຂອງ​ຈີນ​ໃນ​ບັນຫາ​ໄຕ້​ຫວັນ. ທ່ານ​ກ່າວ​ວ່າ,ຈີນ​ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ​ໂຄລົບຖະ​ແຫຼ​ງ​ການ​ຮ່ວມ​ຈີນ​ອາ​ເມ​ລິ​ກາ3ສະບັບ​ແລະ​ຄຳ​ໝັ້ນສັນຍາທີ່​ກ່ຽວຂ້ອງ​ຕໍ່​ຈີນ,ຢຸດຕິ​ຂາຍ​ອາວຸດ​ທີ່​ທັນ​ສະ​ໄໝ​ໃຫ້​ໄຕ້​ຫວັນ,ຢຸດຕິ​ການ​ໄປ​ມະຫາ​ສູ່​ກັນ​ທາງການແລະ​ການ​ທະຫານ​ກັບ​ໄຕ້​ຫວັນ​ດ້ວຍ​ຮູບ​ແບບ​ຕ່າງໆ,​ໃຊ້​ມາດ​ຕະການ​ອັນ​ຈຳ​ເປັນ​ທຸກ​ຢ່າງ,ເພື່ອ​ປ້ອງ​ກັນບໍ່​ໃຫ້​ເຈົ້າໜ້າ​ທີ່​​ເສີນ​ສຸຍ​ປຽນ​ກໍ່​ເຫດການ​ໃຫ້​ໄຕ້​ຫວັນ​ເປັນ​ເອກະລາດ.

ຝ່າຍອາ​ເມ​ລິ​ກາ​ກ່າວ​ຢ້ຳວ່າ​ຈະ​ສືບ​ຕໍ່​ຍຶດໝັ້ນນະ​ໂຍບາຍ​ຈີນ​ດຽວ,ຄັດຄ້ານ​ເຈົ້າໜ້າ​ທີ່​ໄຕ້​ຫວັນຈັດການ​ເອົາ​ປະຊາ​ມະຕິ​ເພື່ອ​ເຂົ້າຮ່ວມ​ສະຫະ​ປະຊາ​ຊາດ,​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງເຂດ​ຊ່ອງ​ແຄບ​ໄຕ້​ຫວັນ.