ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-03 16:04:50    
ໃນ​ໄລຍະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ,​ປັກ​ກິ່ງ​ຈະ​ແຈກ​ປຶ້ມ​ອ່ານ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຈີນ​ສະ​ບັບ​ຫຼາຍ​ພາ​ສາ​​ໃຫ້​ນັກ​ກິ​ລາ​ປະ​ເທດ​ຕ່າງໆ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ປັດຈຸບັນ, "ປື້​ມອ່ານ​ກ່ຽວ​ກັບວັດທະນະທຳ​ຈີນ"​ເຫຼັ້ມໜຶ່ງ​ທີ່​ໂຮມ​ສູນ​ແນວ​ຄິດບົດ​ນິພົນ​ຄຳ​ພີ​ດັ້ງ​ເດີມ​ຂອງ​ຈີນ​ເຊັ່ນ"ລຸນ​ອີ ບົດ​ນິພົນຂອງ​ຂົງຈື້""ຄຳ​ພີ​ສາສະໜາ​ເຕົ໋າ"​ແລະ"ສິລະປະຍຸດ​ຍຸດທະວິທີ​ຂອງ​ຊຸ່ນຈື"​​ເປັນຕົ້ນພວມ​ແປ​ເປັນ​ພາສາ​ປະ​ເທດ​ຕ່າງໆ, ​ແລະຈະ​​ຖື​ເປັນ​ຂອງຂວັນມອບ​ໃຫ້​ນັກ​ກິລາ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ ເພື່ອ​ຊ່ອຍ​ເຂົາ​ເຈົ້າຊອກ​ຮູ້​ວັດທະນະທຳ​ຈີນ.

ຂ່າວແຈ້ງວ່າ, "ປື້ມອ່ານວັດທະ​ນະທຳຈີນ"ທີ່ບັນລະຍາຍ​ໂດຍທ່ານ​ເຢ້ລາງ ສາສະດາ​ຈານ​ມະຫາວິ​ທະ​ຍາໄລ​ປັກກິ່ງ ທີ່​ເປັນນັກ​ປັດຊະ​ຍາແລະ​ນັກວິຈິດ​ຕະວິ​ທະຍາ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ ບໍ່​ພຽງ​ແຕ່​​ໄດ້ແນະນຳ​ແນວ​ຄິດ​ຂອງ​ນັກປັດ​ຊະ​ຍາ​ຕ່າງໆ​​ເຊັ່ນ​ຂົງຈື້​ແລະ​ລາວ​ຈື​​​ເປັນຕົ້ນ, ຍັງ​​ໄດ້​ແນະນຳ​​ແຫຼ່ງກຳ​ເນີ​ດຂອງ​ຕົວ​ໜັງສື​ຈີນ, ການ​ປະດິດ​ສ້າງ 4 ຢ່າງທີ່​ສຳຄັນ​ຂອງ​ຈີນ, ​ແລະ​ຮີດຄອງ​ປະ​ເພນີ​ຂອງ​ຊາວ​ຈີນ ​ແລະອາຫານ​ແຊບໆ​ຂອງ​ທ້ອງ​ຖິ່ນ​ຕ່າງໆ​ຢູ່​ຈີນ.

ຕາມ​ໄດ້​ຊາບວ່າ, ປື້​ມ​ເຫຼັ້ມນີ້​ນອກຈາກ​​ແຈກ​ໃຫ້​ນັກ​ກິລາ​ຕ່າງປະ​ເທດ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ແລ້ວ, ​ໃນ​ຕໍ່ໜ້າ, ຍັງ​ຈະ​ນຳ​ໃຊ້​ໃນ​ສະ​ຖາ​ບັນ​ຂົງຈື້ 200 ກວ່າ​ແຫ່ງ​ໃນ​ໂລກອີກ​ດ້ວຍ.