ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-03 17:13:41    
ຈີນ​ມີ​ຄວາມ​ໝັ້ນ​ໃຈ​ສາ​ມາດ​ຫຼີກ​ລຽງ​ວິ​ກິດ​ການ​ການ​ເງິນ

cri Author: li
ຕາມ​ຂ່າວສານ​ຈີນ: ທ່ານ​ອີ້​ກ່າງ ຮອງ​ຜູ່​ວ່າການ​ທະນາຄານ​ປະຊາຊົນ​ຈີນ ​ເຊິ່ງ​ເປັນ​ທະນາຄານ​ຂອງ​ຈີນ​ກ່າວ​ວ່າ, ​ໂດຍ​ປະ​ເຊີນ​ກັບ​ຄວາມບໍ່​​ແນ່​ໃຈ​ຕໍ່​ສະ​ພາບການ​ເສດຖະກິດ​ມະຫາ​ພາກ​ຂອງ​ສາກົນ​ກໍ​ຄື​ຂອງ​ຈີນ, ພະ​ແນ​ກ​ເງິນຕາ​ຂອງ​ຈີນ​​ໄດ້​ກຽມພ້ອມ​ແລ້ວ​ທີ່​ຈະ​ຮັບ​ມື​ກັບ​ການ​ທ້າ​ທາຍ, ​ແລະ​ມີ​ຄວາມ​ໝັ້ນ​ໃຈວ່າ​ຈະ​ສາມາດຫຼີກລຽງ​ວິ​ກິດ​ການ​ການ​ເງິນ​ໄດ້.

ທ່ານ​ອີ້​ກ່າງ​​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ເຂົ້າຮ່ວມ​ກິດຈະກຳ​ເປີດ​ເຜີຍ​ເທື່ອ​ໜຶ່ງ​ຢູ່​ທີ່​ປັກ​ກິ່ງ​ໃນ​ຫວ່າງ​ມໍ່ໆ​ນີ້.

ທ່ານ​ອີ້​ກ່າງ​ຊີ້​ອອກ​ວ່າ,ປັດຈຸບັນ,ດອກ​ເບ້ຍ​ຕ່າງໆ​ຂອງ​ເງິນ​ຢວນຈີນ​ຢູ່​ໃນລະດັບ​ທີ່​ເໝາະ​ສົມ,ບໍ່​ຄື​ໃນ​ເວລາ​ທີ່ຍີ່ປຸ່ນ​​ເກີດ​ວິ​ກິດ​ການ​ທາງ​ເສດຖະກິດ​ໃນ​ປີນັ້ນຄື​ລະດັບ​ດອກ​​ເບ້ຍ​ເປັນ​ສູນ,​ຈົນ​ບໍ່​ມີ​ຊ່ອງ​ຫວ່າງ. ​ສ່ວນ​ນະ​ໂຍບາຍ​ເງິນຕາ​ຂອງ​ຈີນ​ປັດຈຸບັນ​ແມ່ນ​ເໝາະ​ສົມ,​ເຊື່ອ​ວ່າ​ສາມາດ​ຫຼີກລຽງ​ວິ​ກິດ​ການ​ການ​ເງິນ​ແລະ​ເສດຖະກິດ.

ທ່ານ​ອີ້​ກ່າງ​ກ່າວ​ວ່າ,​ການ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ໄພ​ເງິນ​ເຟີ້​ແມ່ນ​ໜ້າ​ທີ່​ລຳດັບ​ໜຶ່ງ​ໃນ​ປີ​ນີ້. ທະນາຄານ​ກາງ​ຈະ​​ໃຊ້​ມາດ​ຕະການ​ຕ່າງໆ​ມາ​ປະຕິບັດ​ນະ​ໂຍບາຍ​ເງິນ​ຕຶງ​​ເພື່ອ​ເຮັດ​ໃຫ້​​ໄພ​ເງິນ​ເຟີ້​ຢູ່​ໃນ​ລະດັບ​ທີ່​ຮັບ​ເອົາ​ໄດ້.