ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-03 17:54:56    
ຈີນ​ມີ​ຫ້ອງ​ທົດ​ລອງ​ສຳ​ຄັນ​ລະ​ດັບ​ຊາດ​200​ກວ່າ​ແຫ່ງ​ແລ້ວ

cri
ຕາມ​ຂ່າວCRI, ວັນ​ທີ3​ມີນາ​ນີ້,ກະຊວງ​ວິທະຍາສາ​ດ​ເຕັກ​ໂນ​ໂລ​ຊີ​ຈີນ​ແຈ້ງ​ຂ່າວ​ວ່າ,ຈີນ​ມີ​ຫ້ອງ​ທົດ​ລອງ​ສຳຄັນ​ລະດັບຊາດ220​​ແຫ່ງ​ແລ້ວ.

ຈີນ​ແມ່ນ​ເລີ່ມ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ສ້າງ​ຫ້ອງ​ທົດ​ລອງ​ລະ​ດັບ​ຊາດ​ມາ​ແຕ່​ປີ​1984​.​ປັດ​ຈຸ​ບັນ,ການ​ຄົ້ນຄວ້າ​ຂອງຫ້ອງ​ທົດ​ລອງ​ທີ່​ສ້າງ​ສຳ​ເລັດ​ນັ້ນ​​ໄດ້​ກວມ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ຕ່າງໆ​ເຊັ່ນ​ແພດສາດ​ຊີວະ​ຊາດ,ອຸປະ​ກອນກ້າວໜ້າ,​ໂຄງການ​ເຕັກນິກ​ທາງທະ​ເລ​ເປັນ​ຕົ້ນ,​ເຊິ່ງ​ເປັນ​ແຫຼ່ງ​ສຳ​ຄັນ​ທີ່​ຈີນ​ຈັດ​ຕັ້ງ​​ແລະດຳ​ເນີນ​ການ​ຄົ້ນຄວ້າ​ພື້ນຖານ​ລະດັບ​ສູງ​ແລະ​ຄົ້ນຄວ້າ​​ເຕັກນິກ​ທີ່​ກ້າວ​ໜ້າ.

ເລີ່​ມ​ແຕ່​ປີ​ນີ້​ເປັນ​ຕົ້ນ​ໄປ,ຈີນ​ຈະ​ຈັດ​ງົບປະມານ​ສະ​ເພາະ​ຫ້ອງ​ທົດ​ລອງ​ສຳ​ຄັນ​ລະ​ດັບ​ຊາດ.ປັດ​ຈຸ​ບັນ,​ການ​ເງິນ​ສູນ​ກາງ​ໄດ້​ຈັດ​ງົບປະມານ1​ຕື້400​ລ້ານ​ຢວນ​ໃຊ້​ສຳ​ລັບ​ການ​ຄົ້ນ​ຄວ້າ​ຂອງ​ຫ້ອງ​ທົດ​ລອງ​ເຫຼົ່າ​ນີ້.