ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-03 18:35:23    
ສັນ​ຍານ​ໂທ​ລະ​ພາບ​ກ່ຽວ​ກັບ​ການ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຈະ​ສົ່ງ​ໄປ​ທົ່ວ​ໂລກ​ໂດຍ​ບໍ່​ເກັບ​ຄ່າ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ກິດ​ຈະ​ກຳ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຈະ​ຈັດ​ພິ​ທີ​ຕໍ່​ໄຟ​ສັກສິດ​ໃນ​ທ້າຍ​ເດືອນ​ນີ້.​ເລີ່​ມ​ແຕ່​ວັນ​ທີ1​ເມສາ​ປີ​ນີ້​ເປັນ​ຕົ້ນ​ໄປ,​ຄະ​ນະ​ຈັດ​ຕັ້ງ​ງານ​ກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ສົ່ງ​ສັນ​ຍານ​ໂທ​ລະ​ພາບ​ກ່ຽວ​ກັບ​ການ​ສົ່ງ​ຕໍ່​ທວນ​ໄຟ​ໃນ​ແຕ່​ລະ​ມື້​ໄປ​ໃຫ້​ທົ່ວ​ໂລກ​ໂດຍ​ບໍ່​ເກັບ​ຄ່າ.

ພິທີ​ຕໍ່​ໄຟ​ສັກສິດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ໂອ​ລິ​ມ​ເປຍ​ຂອງ​​ເກຼັກ​ໃນ​ວັນ​ທີ24​​ເດືອນນີ້,​ເຊິ່ງ​ເປັນຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ກິດ​ຈະ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງ​ເລີ່​ມຂຶ້ນຢ່າງ​ເປັນ​ທາງ​ການ.​ຄະ​ນະ​ຮັບ​ຜິດ​ຊອບ​ສົ່ງ​ສັນ​ຍານ​ໂທ​ລະ​ພາບ​ທາງ​ການ​ກ່ຽວ​ກັບ​ການ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງ​ເລີ່​ມ​ຈາກ​ເວລາ​ຕໍ່​ໄຟ​ຢູ່​ອັນ​ມາ​ອາ​ຕາ​ແຫ່ງ​ກາ​ຊັກ​ສະຖານ​ໃນ​ວັນ​ທີ1​ເມສາ​ປີ​ນີ້,​ໃນ​ແຕ່​ລະ​ມື້​ຈະ​ສົ່ງ​ສັນ​ຍານ​ໂທ​ລະ​ພາບ​ທີ່​ມີການ​ລາຍ​ງານຂ່າວ​ດ້ວຍ​ພາສາ​ຈີນ​ແລະ​ພາ​ສາ​ອັງກິດ​ເປັນ​ເວລາ15​ນາທີ,​ແລ້ວ​ສົ່ງ​ໄປ​ໃຫ້​ທົ່ວ​ໂລກ​ໂດຍ​ບໍ່​ເກັບ​ຄ່າ.

ກິດຈະກຳ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອລິ​ມປິກ​ປັກ​ກິ່ງ​ມີ​ຄຳ​ຂວັນ​ທີ່​ວ່າ"​ໄຕ້​ແສງ​ແຫ່ງ​ຄວາມ​ກະ​ຕື​ລື​ລົ້ນ,​ສົ່ງ​ຕໍ່​ຄວາມ​ຝັນ",​ແລະ​ສົ່ງ​ຕໍ່​ທວນ​ໄຟ​ໃນ​5​ທະ​ວີບ​ໃຫຍ່​ຂອງ​ໂລກ.