ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-03 20:09:19    
ທ່ານ​ຈ່າງ​ອີ້​ໂມ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ

cri Author: m
ຕາມ​ຂ່າວສານ​ຈີນ: ວັນ​ທີ 3 ມີນາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຈ່າງ​ອີ້​ໂມ ຫົວໜ້າ​ຜູ້​ກຳກັບ​ການສະ​ແດງ​ຂອງ​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິ​ກປັກ​ກິ່ງ​ກ່າວ​ວ່າ, ທ່ານ​ມີ​ຄວາມ​ໝັ້ນ​ໃຈ​ແນ່ນອນຕໍ່​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງທີ່​ຈະ​ໄດ້​ຮັບ​ຜົນສຳ​ເລັດ.

ໃນ​ຖານະທີ່​ເປັນ​ກຳມະການ​ສະພາ​ເປິກສາ​ການ​ເມືອງ​ຈີນ, ກ່ອນ​ຈະ​ເຂົ້າ​ຮ່ວມກອງ​ປະຊຸມ​ເທື່ອ​ທີ​ໜຶ່ງ​ສະ​ໄໝທີ 11​ ຂອງສະພາ​ເປິກສາ​ການ​ເມືອງ​ຈີນທີ່​ຈັດ​ຂຶ້ນ​ໃນ​ມື້​ນີ້, ທ່ານ​ຈ່າງ​ອີ້​ໂມ​ໄດ້​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​. ກ່ຽວ​ກັບສະພາບ​ກະກຽມ​ພິທີ​ໄຂ​ງານ​ກິລາ​ໂອ​ລິມປິກປັກ​ກິ່ງ, ທ່ານ​ເຜີຍ​ໃຫ້​ຮູ້​ວ່າ, ປະຈຸ​ບັນ, ​ໄດ້​ກ້າວ​ເຂົ້າ​ໃນ​ໄລຍະ​​ຝຶກ​ແອບ​ຂະໜາດ​ໃຫຍ່​ແລ້ວ, ມີນັກສະ​ແດງ​ຫຼາຍກວ່າ 1 ໝື່ນ​ຄົນ.

ທ່ານ​ຈ່າງ​ອີ້​ໂມ​ກ່າວ​ວ່າ, ປະຈຸ​ບັນ, ​ເພງ​​ໂອ​ລິ​ມປິ​ກກຳລັງ​ຄັດ​​ເລືອກ​ຢູ່.

ກ່ຽວ​ກັບ​ທ່ານ​ສຕີ​ເວິນ ສພິວ​ເບິ​ກ ຜູ້​ກຳກັບ​ການ​ສະ​ແດງ​ອາ​ເມ​ລິ​ກາ​ຂໍ​ລາ​ຈາກ​ຕຳ​ແໜ່ງ​ທີ່​ເປິ​ກສາ​ສິລະ​ປະ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ທ່ານ​ຈ່າງ​ອີ້​ໂມ​ຮູ້ສຶກ​ ເສຍດາຍ, ​ແຕ່​ເຫັນ​ວ່າ​ການ​ລາ​ຈາກ​ຕຳ​ແໜ່​ງຂອງ​ທ່ານຈະບໍ່​ມີ​ຜົນ​ສະທ້ອນ​ຫຍັງຕໍ່​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.