ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-04 19:08:41    
ທູດ​ປະ​ເທດ​ຕ່າງໆ​ປະ​ຈຳ​ຈີນ​ຄອງ​ຄອຍ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ

cri
ຕາມ​ຂ່າວສານ​ຈີນ​: ວັນ​ທີ 3 ມີນາ​ນີ້, ​ຢູ່​ທີ່​ປັກ​ກິ່ງ​, ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ບັນດາ​ທູຕານຸທູດປະ​ເທດ​ຕ່າງໆ​ປະຈຳ​ຈີນທີ່​ເຂົ້າ​ຮ່ວມກອງ​ປະຊຸມ​ເທື່ອ​ທີ​ໜຶ່ງ​ຂອງສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 11, ​ກ່າວ​ວ່າ, ພວກ​​ເພິ່ນຄອງ​ຄອຍ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງປີ 2008.

ທ່ານ​ໂນ​ເອວ ​ເອມ ​ໂນ​ວິ​ຊິ​ໂອ ກົງ​ສູນ​ຂອງສະຖານທູດ​ຟິລິບ​ປິນປະຈຳ​ຈີນ​ກ່າວ​ວ່າ, ການຈັດ​ງານ​ກິລາ​ໂອ​ລິ​ມປິກຢູ່​ປັກ​ກິ່ງ​ບໍ່​ວ່າ​ເວົ້າ​ສຳລັບ​ຈີນຫຼື​ເວົ້າສຳລັບທົ່ວ​ໂລກ, ລ້ວນ​​ແຕ່​ແມ່ນ​ງານ​ກິລາທີ່​ຍິ່ງ​ໃຫຍ່, ທ່ານ​ຄອງ​ຄອຍທີ່​ສຸດ.

ທ່ານ​ບູຣີ ​​ອັກ​ຄະ​ລັດຖະທູດ​ສວິສປະຈຳ​ຈີນ​ກ່າວ​ວ່າ, ທ່າ​ທີ​ຂອງ​ສວິສຈະ​ແຈ້ງທີ່​ສຸດ, ນັ້ນ​ກໍ່​ຄື, ບໍ່​ຄວນ​ເຮັດ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກາຍ​ເປັນ​ການ​ເມືອງ.

ທູດ​ປະ​ເທດ​ຕ່າງໆ​ປະຈຳ​ຈີນ​ໄດ້​ຕີ​ລາຄາ​ຢ່າງ​ສູງ​ຕໍ່​ຜົນງານ​ທີ່ປະຈັກ​ຕາ​ຂອງ​ຈີນ​ໃນ 30 ປີທີ່​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ມາ​ນີ້, ທ່ານ​ໂອ​ມາ ອາ ມາ​ພູຣີ ​ເອກ​ອັກ​ຄະ​ລັດຖະທູດ​ຕັງ​ຊາ​ນີປະຈຳ​ຈີນ​ກ່າວ​ວ່າ, ປະຊາຊົນ​ຈີນ​ໄດ້​ຈາກຄວາມ​ທຸກ​ຍາກກ້າວ​ຫາສູ່​ຄວາມຮັ່ງມີ, ກໍ່​ແມ່ນ​ຜົນສຳ​ເລັດ​ທີ່​ສູງ​ສຸດ.