ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-04 20:52:21    
ທ່ານ​ຫູ​ຈີນ​ທາວ​ກ່າວ​ເນັ້ນ​ວ່າ​ຕ້ອງ​ກຳ​ຫົວ​ຂໍ້​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໂດຍ​ສັນ​ຕິ ສະ​ແຫວງ​ຫາ​ສັນ​ຕິ​ພາບ​ໃຫ້​ເຂດ​ຊ່ອງ​ແຄບ​ໄຕ້​ຫວັນ

cri
ຕາມ​ຂ່າວ CRI: ວັນ​ທີ 4 ມີນາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ, ຕ້ອງ​​ກຳ​ແໜ້ນ​ຫົວ​ຂໍ້ຂະຫຍາຍການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ໂດຍ​ສັນຕິ, ສະ​ແຫວ​ງຫາຄວາມສຸກ​ໃຫ້​ພີ່ນ້ອງ​ຮ່ວມ​ຊາດສອງ​ຝັ່ງ​, ສະ​ແຫວ​ງຫາ​ສັນຕິພາບ​ໃຫ້​ເຂດ​ຊ່ອງ​ແຄບ​ໄຕ້​ຫວັນ​ຢ່າງ​ຈິງ​ໃຈ, ຮັກສາ​ອະທິປະ​ໄຕ​​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ, ຮັກສາ​ຜົນ​ປະ​ໂຫຍ​ດພື້ນຖານ​ຂອງ​ຈີນ.

ທ່ານ​ຫູ​ຈີນ​ທາວ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​​ໄປ​ຢາມ​ກຳມະການ​ຂອງ​ຄະນະ​ກຳ​ມະ​ການ​ປະ​ຕິ​ວັດ​ພັກ​ກົກ​ມິນ​ຕັງ​ຈີນ, ອົງ​ການ​ສຳພັນ​ໄຕ້​ຫວັນ​ປົກຄອງ​ຕົນ​ເອງ​ໂດ​ຍ​ປະ​ຊາ​ທິ​ປະ​ໄຕ​ແລະ​ສະ​ມາ​ຄົມ​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ທົ່ວ​ປະ​ເທດ​ຈີນ​ທີ່​ພວມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 1 ຂອງ​ສະພາ​ປຶກສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດຈີນ​ຊຸດ​ທີ 11 ​ໃນ​ຕອນ​ບ່າຍ​ວັນ​ທີ 4 ມີນາ​ນີ້.

ທ່ານ​ຫູ​ຈີນ​ທາວ​ກ່າວ​ວ່າ, ບໍ່​ວ່າພັກ​ການ​ເມືອງ​ໃດໆ​ຂອງ​ໄຕ້​ຫວັນ​, ທະ​ແນມ​ແຕ່​ຮັບ​ຮູ້​ວ່າ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ລ້ວນ​ແຕ່​ຂຶ້ນ​ກັບ​ປະ​ເທດ​ຈີນ​ດຽວ,​ພວກ​ເຮົາ​ກໍ່​ຍິນ​ດີ​ແລກ​ປ່ຽນ​ສົນ​ທະ​ນາ​ແລະ​ເຈ​ລະ​ຈາ​ປຶກ​ສາ​ຫາ​ລື​ກັບ​ພວກ​ເຂົາ​ເຈົ້າ.​ຖາ​ນະ​ການ​ເຈ​ລະ​ຈາ​ແມ່ນ​ສະ​ເໝີ​ພາບ​ກັນ,​ຫົວ​ຂໍ້​ປຶກ​ສາ​ເປີດ​ເຜີຍ,​ບໍ່​ວ່າ​ບັນ​ຫາ​ຫຍັງ​ກໍ​ເອົາ​ມາ​ເຈ​ລະ​ຈາ​ກັນ​ໄດ້.

ທ່ານ​ຫູ​ຈີນ​ທາວ​ຊີ້​ອອກ​ວ່າ, ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ໄຕ້​ຫວັນ​ແມ່ນ​ຝ່າ​ຝືນ​ຈິດ​ໃຈ​ອັນ​ໝັ້ນ​ໜຽວ​ທີ່​ທ້ອນ​ໂຮມ​ປະ​ເທດ​ຊາດ​ໃຫ້​ເປັນ​ເອກະ​ພາບ​ກັນ​ຂອງ​ປະຊາ​ຊາດ​ຈີນ​,ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ແມ່ນ​ບໍ່​ມີ​ທາງ​ອອກ, ​ຕ້ອງ​ປະ​ລະ​ໄຊ​ແນ່​ນອນ. ພວກ​ເຮົາ​ບໍ່​ປະ​ນີ​ປະ​ນອມ​ກັບ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ໄຕ້​ຫວັນ​ໃຫ້​ເປັນ​ເອ​ກະ​ລາດ​ຢ່າງ​ເດັດ​ຂາດ.