ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-05 14:34:13    
ບົດ​ຄວາມ​ຂອງ​ນັກ​ວິ​ຈານ​ຫນັງ​ສື​ພິມ​ເຢິນ​ຫມິນ​ຢື້​ປ້າວ​ຊີ້​ອອກ​ວ່າ​ຈີນ​ຈະ​ລົງ​ເລິກ​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ທາງ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ກໍ່​ສ້າງ​ລັດ​ຖະ​ບານ​ທີ່ ​ປະ​ຊາ​ຊົນ​ທີ່​ພໍ​ອົກ​ພໍ​ໃຈ

cri Author: h

ຕາມ​ຂ່າວCRI:​ວັນ​ທີ5ມີ​ນາ​ນີ້​​ຫນັງສືພິມ​ເຢິນຫມິນ​ຢື້ປ້າວ​ທີ່​ເປັນ​ຫນັງສືພິມ​ທີ່​ຊົງມີ​ອິດ​ທິພົນ​ທີ່​ສຸດ​ໃນ​ປະ​ເທດ​ຈີນ​ໄດ້ພິມ​ບົດ​ຄວາມ​ຂອງ​ນັກ​ວິຈານ​ຊີ້​ອອກ​ວ່າ,ຈີນ​ຈະ​ ແລະ​​ລົງ​ເລິ​ກການ​ປະຕິຮູບ​ໂຄງ​ປະກອບ​ການ​ຄຸ້ມ​ຄອງ​ບໍລິຫານ​,​ເພື່ອ​ກໍ່ສ້າງ​ລັດຖະບານ​​ບໍລິການ.

ກອງ​ປະຊຸມຄົບ​ຄະນະ​​ເທື່ອ​ທີ​ສອງ​ຂອງ​ສູນ​ກາງພັກ​ກອມ​ມູນິດຈີນ​ສະ​ໄຫມ​ທີ​17 ໄດ້​ສຳ​ຫລວດພິຈາລະ​ນາ​ແລະຮັບຮອງຄຳ​ເຫັນ​ກ່ຽວກັບ​ການລົງ​ເລິກ​​ປະຕິຮູບ​ໂຄງ​ປະ​ກອບການຄຸ້ມ​ຄອງບໍລິການ,ລົງ​ເປົ້າ​ຫມາຍລວມຂອງ​ການ​​ລົງ​​ເລິກ​ປະຕິຮູບ​ໂຄງ​ປະກອບຫານ​ຄຸ້ມ​ຄອງ​ບໍລິການເຖິງ​ປີ2020​ແລະ​ພາລະ​ຫນ້າ​ທິ​ຈຸດ​ຫນັກໃນ5ປີ​ຕໍ່​ໄປ​ນີ້.

ບົດ​ຄວາມ​ຂຽນວ່າ,​ການ​ປະຕິຮູບລະບົບ​ການ​ເມືອງ,ການ​ປະຕິຮູບ​ໂຄງ​ປະກອບ​ການ​ຄຸ້ມ​ຄອງ​ບໍລິຫານທີ່​ຖື​ການ​ຫັນປ່ຽນພາລະ​ບົດບາດ​ຂອງ​ລັດຖະບານ​​​ເປັນ​ພາກສ່ວນ​ສຳຄັນ​ໃນການ​ປະຕິຮູບຮອບດ້ານ​ຂອງ​ປະ​ເທດ​ຈີນ,​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮຽກຮ້ອງກົກຮາກຂອງການ​ປະຕິຮູບ​ໂຄງ​ປະ​ກອບ​ການ​ເມືອງ​ຂອງ​ຈີນ.ມີ​ແຕ່​ລົງ​ເລິກ​​ການ​ປະຕິຮູບ​ໂຄງ​ປະກອບ​ການ​ຄຸ້ມ​ຄອງ​ບໍລິຫານ​ຢ່າ​ງບໍ່​ຢຸດ​ຢັ້ງ​ທໍ່​ນັ້ນຈຶ່ງ​ສາ​ມາດ​ກໍ່ສ້າງ​ລັດຖະບານ​ແບບ​ບໍ​ລິ​ການ,ລັດຖະບານທີ່​ມີ​ຄວາມຮັບຜິດ​ຊອບ,ລັດຖະບານ​​ທີ່ປົກຄອງ​ດ້ວຍ​ກົດຫມາ​ຍ,ລັດຖະບານ​ທີ່​ປອດ​ໃສ​ໄຮ້ມົນທິນ, ແກ້​ໄຂ​ບັນຫາທີ່​ກ່ຽວພັນກັບ​ຜົນ​ປະ​​ໂຫຍ​ກ​ທີ່​ປະຊາ​ຊົນ​ສົນ​ໃຈທີ່​ສຸດ​,​ພົວພັນ​ກັບ​ປະຊາຊົນໂດຍ​ກົງ​ທີ່​ສຸດ​ແລະ​​ເປັນ​ບັນຫາ​ຕົວຈິ​ງທີ່​ສຸດ.