ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-06 16:04:19    
ງານ​ວາງສະ​ແດງ​ເຄື່ອງ​ຫັດ​ຖະ​ກຳ​ພື້ນ​ເມືອງ​​ສາ​ກົນ​ຈີນ 2008 ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ກໍ​ລະ​ກົດ​ປີ​ນີ້

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 5 ມີນາ​ນີ້, ພະ​ແນກວັດທະນະທຳ​ຂອງ​ແຂວງຢຸນນານ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ແຈ້ງ​ໃຫ້​ຊາບວ່າ, ງານ​ວາງ​ເຄື່ອງ​ຫັດຖະກຳ​ພື້ນ​ເມືອງ​​ສາກົນ​ຄຸນ​ມິ​ງຈີນ 2008 ​ແລະ​ງານ​ວາງສະ​ແດງ​ສິນຄ້າ​ວັດທະນະ​ທຳທ່ອງທ່ຽວ​ຈະ​ຈັດ​ຂຶ້ນ​ຢູ່​ສູນ​ວາງສະ​ແດງ​ສາກົນ​ຄຸນ​ມິ​ງ​ແຕ່​ວັນ​ທີ 16 ຫາ​ວັນ​ທີ 20 ກໍລະກົດປີ​ນີ້.

ຕາມ​ຊາບ​ວ່າ, ງານ​ວາງສະ​ແດງ​ເທື່ອ​ນີ້​​ແມ່ນ​​ເທື່ອ​ທຳ​ອິດ, ຈະ​ວາງສະ​ແດງ​11 ປະ​ເພດ​ຄື:ຮູບຄວັດ​ຮູບ​ປັ້ນ, ​​​ເສື້ອ​ຜ້າອາພອນ, ​ເຄື່ອງ​ດົນຕີ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ, ​ເຄື່ອງ​ລະ​ລຶກການທ່ອງທ່ຽວ, ຫີນ​ງາມ​​ແລະ​ເຄື່ອງ​ເອ້​ທີ່​ແກ້ວ​ມໍລະ​ກົດ​ຢຸກ​ເປັນຕົ້ນ, ​ເນື້ອ​ທີ່​ວາງສະ​ແດງ​ມີ 10,000 ຕາ​ແມັດ.

ຮອດ​ເວລາ​ນັ້ນ ຊ່າງ​ຫັດຖະກຳ​ພື້ນ​ເມືອງ​ຊົນ​ເຜົ່າ​ແລະ​ວິ​ສາ​ຫະກິດ​​ໃນ​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ຈະມາ​​ເຂົ້າຮ່ວມ, ນັກທຸລະກິດຂອງ​ປະ​ເທດ​ແລະ​ເຂດ​​ແຄວ້ນ​ຕ່າງໆ​ເຊັ່ນ​ຍີ່​ປຸ່ນ ສ.​ເກົາຫລີ ອາຊີ​ຕາ​ເວັນ​ອອກ ອາຊີ​ອາຄະ​ເນ ​ແລະ​ເອີ​ລົບ​ອາ​ເມ​ລິ​ກາກໍ່ຈະ​ມາຮ່ວມ​ງານ​ຢູ່ນະ​ຄອນ​ຄຸນ​ມີງ.