ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-06 16:30:53    
ການ​ສ້າງ​ທາງ​ລົດ​ໄຟ​ຂອງ​ຈີນ​ຈະ​ນຳ​ເຂົ້າ​ທຶນ​ຕ່າງ​ປະ​ເທດ​​ໃນ​ເວ​ລາ​ອັນ​ເໝາະ​ສົມ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 5 ມີນາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ລິວ​ຈື້ຈຸ່ນ ລັດຖະມົນຕີ​ວ່າ​ການ​ກະຊວງ​ທາງ​ລົດ​ໄຟ​ຈີນ​ກ່າວ​ວ່າ, ​ພາຍຸ​ຫິມະ​​ໃນ​ປີ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ສ້າງ​ທາງ​ລົດ​ໄຟ​ຂອງ​ຈີນຍັງ​ບໍ່​ທັນ​ກັບ​ຄວາມ​ຕ້ອງການ​ຂອງ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຢ່າງ​ເດັ່ນ​ຊັດ. ປີ​ນີ້ ຈີນຈະ​ລົງທຶນ 300 ຕື້​ຢວນ​​ເພື່ອ​ສ້າງ​ທາງ​ລົດ​​ໄຟ, ​ແລະ​ກ່າວ​ຢ້ຳອີກ​ວ່າ, ​ຈະ​ນຳ​ເຂົ້າ​ທຶນ​ຕ່າງປະ​ເທດ​ໃນ​ເວລາ​ອັນ​ເໝາະ​ສົມ.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ລິວ​ຈື້ຈຸ່ນ​ກ່າວ​ວ່າ, ​ໂຄງການ​ທາງ​ລົດ​ໄຟ​ດ່ວນ​​ຈາກປັກ​ກິ່ງ​ຫາ​ຊ່ຽງ​ໄຮ້​ທີ່​ລົງມື​ກໍ່ສ້າງ​ແລ້ວ​ໄດ້​ຖື​ເປັນ​ຊັບ​ສິນ​ທີ່​ລ້ຳ​ຄ່າ​ກວ່າ​ໝູ່, ຈຶ່ງ​ອາດຈະ​​ນຳ​ເຂົ້າທຶນ​ຕ່າງປະ​ເທດ, ​ແຕ່​ທ່ານ​ບໍ່​ໄດ້​ເຜີຍ​ໃຫ້​ຮູ້​​ເວລາ​ລະອຽດ​​ທີ່​ຈະນຳ​ເຂົ້າທຶນ​ຕ່າງປະ​ເທດ.