ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-06 16:36:03    
ປີ​ນີ້ ຈີນ​ໄດ້​ຈັດ​ເອົາ​ການ​ສະ​ຫນັບ​ສະ​ຫນູນ​ກະ​ສິ​ກຳ ຊົນ​ນະ​ບົດ​ແລະ​ຊາວ​ກະ​ສິ​ກອນ ແລະ​ຊຸກ​ຍູ້​ການ​ສຶກ​ສາ​ເປັນ​ຈຸດ​ຫນັກ​ຂອງ​ການ​ຈັດ​ສັນ​ງົບ​ປະ​ມານ

cri

ຕາມ​ຂ່າວCRI:ວັນ​ທີ 6 ​ມີນາ​ນີ້,ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ,ທ່ານ​​​ເຊ້ຍຊູ້​ເຢິນ ລັດຖະມົນຕີ​ວ່າການ​ກະຊວງການ​ເງິນ​ຈີນກ່າວ​ວ່າ,ປີ​ນີ້ ຈີນ​ຈັດ​ເອົາການ​ສະຫນັບ ສະຫນູນ​ກະສິກຳ ຊົນ​ນະ​ບົດ​ແລະ​ຊາວ​ກະສິກຳ​ແລະ​ການ​ຊຸກຍູ້​ການ​ສຶກສາ​ເປັນ​ຕົ້ນ​ກາຍ​ເປັນ​ຈຸດ​ຫນັກ​​ໃນ​ການ ຈັດສັນ​ງົບປະມານ.​ໃນ​ກອງ​ປະຊຸ​ມນັກຂ່າວ​ທີ່​ກອງ​ປະຊຸມ​​ເທື່ອ​ທີ່​ຫນຶ່ງ​ຂອງສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນຊຸດ​ທີ 11 ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,ທ່ານ​​ເຊ້ຍຢູ້​ເຢິນກ່າວ​ວ່າ,ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ນຳ​ບັນຫາ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ,ປີ​ນີ້ ​ໃນ​ການ​ຈັດ​ວາ​ງົບປະມານການ​ເງິນ​ສູນ​ກາງ​ປີ​ນີ້ ລາຍ​ຈ່າຍ​ດ້ານກະ​ສິກຳ ຊົນນະບົດ​ແລະ​ຊາວ​ກະສິກອນ​ໄດ້​ບັນລຸ​ເຖິງ560 ຕື້​ກວ່າ​ຢວນ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​​ໄລຍະ​ດຽວ​ກັນ​ຂອງ​ປີກາຍ 30% ຂຶ້ນ​ໄປ.


ທ່ານ​ຍັງ​ເປີດ​ເຜີຍ​ວ່າ,​ໃນ​ງົບປະມານ​ການ​ເງິນ​ສູນ​ກາງປີ​ນີ້ ລາຍ​ຈ່​າຍ​ໃຊ້​ເຂົ້າ​ໃນດ້ານ​ການ​ສຶກສາ​ໄດ້​ມີ​ເຖິງ 150 ຕື້​ກວ່າ​ຢວນ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີກາ​ຍ  45% ຂຶ້ນ​ໄປ.ນອກ​ນີ້,ການ​ເງິນສູນ​ກາງປີ​ນີ້​ຍັງ​ຈະ​ສືບ​ຕໍ່​ເພີ່ມ​ງົບ ປະ ມານ​ຢ່າງ​ຫຼາຍ​ກວ່າ​ເກົ່າໃນ​ປີ​ນີ້,,​ເພື່ອ​ສະຫນັບສະຫນູນ​​ແລະ​ຊຸກຍູ້ການ​ປະຕິ​ຮູບ​ລະບົບ​ປິ່ນປົວ​ແລະ​ສາທາລະນະສຸກ,​​ເສີມ​ສ້າງລະບົບ​ບໍລິການ​ດ້ານສາທາລະນະ​ສຸກ,ຊຸກຍູ້​​ແລະ​ປັບປຸງ​ລະບົບ​ປະກັນ​ສັງຄົມ​ໃຫ້​ດີ​ຂຶ້ນ