ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-06 17:55:48    
ອາຍຸ​ການ​ຂອງ​ດາວ​ທຽມ"​ຊາງ​ເອີ​ເລກ 1"ຂອງ​ຈີນ​ຈະ​ຍາວ​ຂຶ້ນ​ອີກ

cri Author: cai
ຕາມໜັງ​ສືພິມ"ຈີ່​ງຮວາ​ຊືປ້າວ":ວັນ​ທີ 5 ມີນາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ເຢ້​​ເພີຍຈ້ຽນ ຜູ້​ບັນຊາ​ການ​ໃຫຍ່​ທັງ​ເປັນຫົວໜ້າ​ໜ່ວຍ​ວິ​ສາວະ​ກອນ​ຂອງ​ໂຄງ​ການ​ດາວ​ທຽມສຳ​ຫຼວດ​ດວງ​ຈັນຂອງ​ຈີນ​​ເປີດ​ເຜີຍ​ວ່າ,ປະ​ຈຸ​ບັນ,ດາວ​ທຽມ​ສຳ​ຫຼວດດວງ​ຈັນ​ໜ່ວຍ​ທຳ​ອິດ​ຂອງ​ຈີນ​ຄື​"ຊາງ​ເອີ​ເລກ 1"​ຍັງ​​ເຮັດ​ວຽກ​ເປັນ​ປົກ​ກະຕິ​ຢູ່,​ເຖິງ​ວ່າ​ຕາມ​ການ​ຄາດ​ຄະ​ເນ​ເບື້ອງ​ຕົ້ນ,ອາຍຸ​ການ​ຂອງ​ດາວ​ທຽມ​ແມ່ນ 1 ປີ,​ແຕ່​ທີ່​ຈິງ​ແລ້ວ,ອາຍຸ​ການຈະ​ຍາວ​ຂຶ້ນ​ອີກ​ຢ່າງ​ແນ່ນອນ.

ທ່ານ​ເຢ້​ເພີຍຈ້ຽນກ່າວ​ວ່າ,ວັນ​ທີ 21 ​ເດືອນ​ແລ້ວ​ນີ້,ດາວ​ທຽມ"ຊາງ​ເອີ​ເລກ 1"​ໄດ້​ຜ່ານ​ການ​ທົດ​ສອບ​ຂອງ​ຈັນທະຄາດຫຼື​ກົບກິນ​ເດືອນ​ຢ່າງ​ສຳ​ເລັດ​ຜົນ.​​ໃນ​ເດືອນ​ສິງຫາ​ປີ​ນີ້,​"ຊາງ​ເອີ​ເລກ 1"ຍັງ​ຈະ​ປະສົບກັບ​ປະກົດ​ການ​ຈັນທະຄາດ​ດົນ​ສົມຄວນອີກ​ເທື່ອ​ໜຶ່ງ,ຮັບ​ມື​ກັບ​ການ​ທ້າທາຍ​ທີ່​ຍິ່ງ​ເຄັ່ງ​ຄັດອີກ.