ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-06 18:06:10    
ສອງ​ຝ່າຍ​ຈີນ​ຍີ່​ປຸ່ນ​ປຶກ​ສາ​ຫາ​ລື​ຢ່າງ​ຕັ້ງ​ໜ້າ​ຕະ​ຫຼອດ​ມາ​ກ່ຽວ​ກັບ​ລາຍ​ການ​ລະ​ອຽດ​ຂອງ​ທ່ານ​ຫູ​ຈິນ​ທາວ​ປະ​ທານ​ປະ​ເທດ​ຈີນ​ຢ້ຽມ​ຢາມ​ຍີ່​ປຸ່ນ

cri
ຕາມ​ຂ່າວCRI,ວັນ​ທີ6​ມີນາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,ສອງ​ຝ່າຍ​ຈີນ​ຍີ່​ປຸ່ນປຶກສາ​ຫາລື​ຢ່າງ​ຕັ້ງໜ້າ​ຕະຫຼອດ​ມາ​ກ່ຽວ​ກັບ​ລາຍ​ການ​ລະອຽດ​ຂອງ​ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ຢ້ຽມຢາມ​ຍີ່​ປຸ່ນ.​ຈີນ​ເຊື່ອ​ວ່າ​ການ​ຢ້ຽມ​ຢາມ​ເທື່ອ​ນີ້​ຈະ​ມີ​ຜົນ​ສະທ້ອນ​ອັນ​ເລິກ​ເຊິ່ງ​ຍາວ​ໄກ​ຕໍ່​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະຫວ່າງ​ສອງ​ປະ​ເທດ​ພັດ​ທະ​ນາ​ຢ່າງ​ຍາວ​ນານ ປອດ​ໃສ​ແລະ​ໝັ້ນ​ທ່ຽງ.

ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ6​ມີນາ​ນີ້,ທ່ານ​ຊິນ​ກ່າງ​ປະຕິ​ເສດ​ບໍ່​ຮັບ​ຮູ້​ການ​ລາຍ​ງານ​ຂ່າວ​ຂອງ​ບາງສື່​ມ່ວນ​ຊົນ​ຕ່າງປະ​ເທດກ່ຽວ​ກັບການ​ຢ້ຽມຢາມ​ຍີ່​ປຸ່ນ​ຂອງ​ທ່ານ​ຫູ​ຈິນ​ທາວ​ຈະ​ເລື່ອນ​ເວ​ລາ​ຍ້ອນ​ເຫດ​ການ​ຂະ​ໜົມ​ກ້ຽວ​ມີ​ພິດ​ທີ່​ເກີດ​ຂຶ້ນ​ຢູ່​ຍີ່​ປຸ່ນ.ທ່ານ​ຊີ້​ອອກ​ວ່າ,ສອງ​ຝ່າຍ​ຈີນ​ຍີ່​ປຸ່ນພວມ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ພົວພັນ​ຍຸດ​ທະ​ສາດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ຈະ​ບໍ່ມີ​ການ​ປ່ຽນ​ແປງ​ຍ້ອນ​ເຫດ​ການ​ໃດ​ໜຶ່ງ.

ທ່ານ​ຊິນ​ກ່າວ​ກ່າວ​ວ່າ,ຈີນ​ຫວັງ​ວ່າ ພະ​ແນ​ກຮັບຜິດຊອບ​ຂອງ​ສອງ​ປະ​ເທດ​ຈີນ​ຍີ່ປຸ່ນ​ໂດຍ​ສະ​ເພາະ​ແມ່ນ​ຝ່າຍຕຳຫຼວດ​ສືບ​ຕໍ່​ເພີ່ມ​ການ​ປະສານ​ງານກັນ,​ຮ່ວມ​ມື​ຢ່າງ​ໃກ້​ຊິດ,​ໃຊ້​ທ່າ​ທີ​ທີ່​ໃຈ​ເຢັນ,ພາວະ​ວິ​ໄສ,ທ່ຽງ​ທຳ​ແລະ​ວິ​ທະ​ຍາ​ສາດ,​ດຳ​ເນີນ​ການ​ສຳ​ຫຼວດ​ເຫດການ​ຂະ​ໜົມ​ກ້ຽວ​ທີ່​ມີ​ພິດ,​ໃຫ້​ຄຳ​ຕອບ​ຢ່າງ​ມີຄວາມ​ຮັບຜິດ​ຊອບ​ແກ່​ປະ​ຊາ​ຊົນ​ສອງ​ຊາດ.ພ້ອມ​ກັນ​ນັ້ນ,​ທ່ານ​ກ່າວ​ວ່າ,ຈີນ​ຍິນ​ດີ​ຮ່ວມ​ກັບ​ຍີ່​ປຸ່ນສ້າງ​ກົນ​ໄກ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ຂອງ​ອາ​ຫານ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ​​ໃນ​ໄລ​ຍະ​ຍາວ.