ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-06 18:09:31    
ຜູ້​ແທນ​ຊາວ​ກະ​ສິ​ກອນ​ທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ​ທີ່​ປະ​ກົດ​ຕົວ​ໃນ​ອົງ​ການ​ອຳ​ນາດ​ສູງ​ສຸດ​ຂອງ​ຈີນ​ເປັນ​ເທື່ອ​ທຳ​ອິດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ

cri Author: min
ຕາມ​ຂ່າວ CRI: ວັນ​ທີ 6 ມີນາ​ນີ້, ຢູ່​ທີ່​ປັກ​ກິ່ງ, ຜູ້​ແທນ​ຊາວ​ກະສິກອນທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ 3 ຄົນ​ຂອງ​ກອງ​ປະຊຸມ​ສະພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ເຊິ່ງ​ເປັນ​ອົງການ​ອຳນາດ​​ແຫ່ງ​ຊາດ​ສູງ​ສຸດ​ຂອງ​ຈີນ​ໄດ້​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ​.

ຜູ້​ແທນ​ປະຊາຊົນ​ທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ 3 ຄົນ​ດັ່ງກ່າວ​ຕ່າງ​ມາ​ຈາກ​ນະຄອນ​ຊຽງ​ໄຮ້, ​ແຂວງ​ກວງ​ຕຸ້ງ​ແລະ​ນະຄອນ​ຈົງ​ກິ​ງທີ່​ມີ​ປະຊາກອນ​ຍົກຍ້າຍ​ອ່າວຫຼາຍ. ປະຈຸ​ບັນ, ຈຳນວນ​ຄົນ​ຂອງ​ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ​ໄດ້​ລື່ນ​ກາຍ 200 ຮ້ອຍ​ລ້ານ​ຄົນ, ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ 3 ຄົນ​ດັ່ງກ່າວ​ຖືກ​ເລືອກ​ເປັນ​ຜູ້​ແທນ​ປະຊາຊົນ​ເຮັດ​ໃຫ້​ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ​ຂອງ​ຈີນ​ມີ​ຜູ້​ແທນ​​ໃນ​ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເປັນ​ເທື່ອ​ທຳ​ອິດ​.

ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ, ຜູ້​ແທນ 3 ຄົນ​ດັ່ງກ່າວ​ເວົ້າ​ວ່າ, ​ໃນຫຼາຍ​ປີມໍ່ໆ​ມາ​ນີ້, ຖານະ​ຂອງ​ຊາວ​ກະ​ສິກ​ອນທີ່​ເຮັດວຽກ​ໃນ​ຕົວ​ເມືອງ​​ໄດ້ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ, ອົງການ​ປົກຄອງ​ຂັ້ນ​ຕ່າງໆ​ກໍ່​ໄດ້​ໃຊ້​ມາດ​ຕະການ​ຫຼາຍ​ຢ່າງ​ເພື່ອ​ຊ່ອຍ​ເຫຼືອ​ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຕິວ​ຈິງ. ພ້ອມ​ກັນ​ນັ້ນ, ພວກ​ເຂົາ​ເຈົ້າ​ກໍ່​ຊີ້​ອອກ​ວ່າ, ບັນຫາ​ຕ່າງໆ​ທີ່​ຊາວ​ກະສິກອນ​ເຮັດ​ວຽກ​ໃນ​ຕົວ​ເມືອງ​ເອົາ​ໃຈ​ໃສ່ທີ່​ສຸດ, ​ເຊັ່ນ: ສະ​ຫວັດ​ດີ​ການ, ການ​ສຶກສາ​ຂອງ​ລູກ, ການ​​ປະກັນ​ສັງຄົມ​ເປັນ​ຕົ້ນ​ຕ້ອງການ​ລັດຖະບານ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ​ເກົ່າ.