ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-07 17:24:21    
ເຈົ້າ​ຫນ້າ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ເປີດ​ເຜີຍ​ແຜນ​ການ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິ​ລາ​ໂອ​ລິມ ປິກ​ໃນ​ສະ​ຫນາມ​ຫຼວງ​ທຽນ​ອານ​ເມີນ

cri
ຕາມ​ຂ່າວສານ​ຊິນຮວາ:ວັນ​ທີ 6 ມີນາ​ນີ້,ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ,ທ່ານ​ຈ້ຽງກົງ​ມິນ ຫົວຫນ້າພະ​ແນ​ກວັດທະນະທຳ​ຂອງ​ນະຄອນຫຼວງ​ປັກ​ກິ່ງ​ໄດ້​ເປີດ​ເຜີຍ​ແຜນ ການ​ສົ່ງ​ຕໍ່ທວນ​ໄຟ​ຢູ່ສະຫນາມ​ຫຼວງ​ທຽນ​ອານ​ເມີນ.ທ່ານ​ກ່າວ​ວ່າ,ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ຈະ​ສົ່ງ​ຕໍ່​ຢູ່​ສະຫນາມ​ຫຼວງ​ທຽນ​ອານ​ເມີນ​ໃນ​ວັນ​ທີ 7 ສິງຫາປີ​ນີ້,ພິທີ​ດັ່ງກ່າວຈະ​ດຳ​ເນີນ​ໄປ​ເປັນ​ເວລາປະມານ​ສອງ​ຊົ່ວ​ໂມງ

ຂ່າວ​ແຈ້ງວ່າ,​ໃນ​ພິທີ​ດັ່ງກ່າວ,ຫຼັງ​ຈາກຜູ່​ຖື​ທວນ​ໄຟ​ແລ່ນ​ໄປ​ຮອດ​ສະຫນາມ​ຫຼວງ​ທຽນ​ອານ​ເມີນ​ແລ້ວ,ຍັງຈະ​ແລ່ນອ້ອມ​ເຄິ່ງຮອບສະຫນາມ​ຫຼວງ​ແລ້ວ,​ໃນ​ທີ່​ສຸດ​ຈະ​ຈັດ​ພິທີ​ສະຫຼອງການ​ຈູດທວນໄຟ.

ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ຈະ​ເລີ່​ມ​ແມ່ນສົ່ງ​ຕໍ່​ຈາກ​ເກັຼກ​​ໃນ​ວັນ​ທີ 24 ມີນາ​,ຈະ​ຜ່ານ​ຫຼາຍ​ຕົວ​ເມືອງ​ທີ່​ມີ​ຊື່​ສຽງ​ຂອງ​ໂລກຫຼາຍ​ແຂວງ ​ ​ເຂດ​ແລະ​ກຳ​ແພງ​ນະຄອນ​ຕ່າງໆ​ຂອງ​ຈີນ​ພ້ອມ​ດ້ວຍສະຖານ​ທີ່ທີ່​ມີ​ລັກສະນະ​ຕົວ​ແທນ​ຂອງ​ນະ ຄອນຫຼວງປັກ​ກິ່ງ​ແລ້ວ,ຈະ​ໄປ​ຮອດ​ສະຫນາມ​ຫຼວງ​ທຽນ​ອານ​ເມີນ​ໃນ​ວັນ​ທີ 7 ສິງຫາ​ປີ​ນີ້.