ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-07 17:32:59    
ປັກ​ກິ່ງ​ຈະ​ຈັດ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ທີ່​ທົ່ວ​ໂລກ​ຍອມ​ຮັບ

cri

ຕາມ​ຂ່າວສານ​ຊິນ​ຮວາ,ຫວ່າງ​ມໍ່ໆ​ນີ້,​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ,​ທ່ານ​ນາງ​ຊຸຍ​ເວີ້​ຍ ຮອງ​ຜູ່​ກຳ​ກັບ​ການ​ສະ​ແດງ​ຂອງ​ພິ​ທີ​ໄຂ​ແລະ​ອັດ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງ​ທີ​29​ກ່າວ​ວ່າ,​ພິ​ທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ໃຊ້​ວິ​ທີ​ທັນ​ສະ​ໄໝ​ເຜີຍ​ແຜ່​ນ້ຳ​ໃຈ​ພິ​ເສດ​ຂອງ​ວັດ​ທະ​ນະ​ທຳ​ຈີນ​​ຕໍ່​ຜູ່​ຊົມ​ທັງ​ຫຼາຍ,​ເພື່ອ​ໄດ້​ຮັບ​ໝາກ​ຜົນ​ທີ່​ຜູ່​ຊົມ​ທົ່ວ​ໂລກ​ລ້ວນ​ແຕ່​ຍອມ​ຮັບ​.

ນາງ​ຊຸຍ​ເວີ້​ຍກ່າວ​ວ່າ,​ເມື່ອ​ໄດ້​ເຮັດ​ວຽກ​​ອອກ​ແບບ​ມາ​ເປັນ​ເວລາ​ປີ​ປາຍ,​ປັດ​ຈຸ​ບັນ,​ການ​ອອກ​ແບບພິທີ​ໄຂ​ແລະ​ອັດ​ງານ​ກິລາ​ໂອ​ລິ​ມປິກ​ແລະ​ງານ​ກິລາ​ໂອ​ລິມ​ປິກຄົນ​ພິການ​​ໄດ້​ສຳ​ເລັດ​ແລ້ວ,​ແລະ​ໄດ້​ເຂົ້າ​ສູ່​ໄລຍະ​ຝຶກ​ຊ້ອມ​ຢ່າງ​ຮອບ​ດ້ານ​ໃນ​ວັນ​ທີ​1​ມີ​ນາ​ນີ້.​ການ​ຄັດ​ເລືອກ​ນັກສະ​ແດງ​ກໍ່​ເຄັ່ງ​ຄັດ​ທີ່​ສຸດ,ນັກ​ສິລະ​ປິນ​ແຫ່ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດທີ່​ເຂົ້າ​ເຮັດ​ວຽກ​ໃນ​ສູນ​ເຮັດ​ວຽກ​ຈັດ​ພິທີ​ໄຂ​ແລະ​ອັດ​ງານ​ກິລາ​ໂອ​ລິ​ມປິກ​ແລະ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ລ້ວນ​ແຕ່​ແມ່ນ​ຜ່ານ​ການ​ຄັດ​ເລືອກ​ຢ່າງ​ເຄັ່ງ​ຄັດ,​ເຊິ່ງ​ບັນລຸ​ລະດັບ​ທີ່​ສູງ​ສຸດ.​ປັດ​ຈຸ​ບັນ,​ການ​ຝຶກ​ຊ້ອມໃນ​ພິ​ທີ​ໄຂ​ແລະອັດ​ງານ​ກິລາ​ໂອ​ລິ​ມປິກ​ແລະ​ງານ​ກິລາ​ໂອລິ​ມປິກ​ຄົນ​ພິ​ການ​ພວມ​ດຳ​ເນີນ​ຢູ່​ບ່ອນ​ຝຶກ​ຊ້ອມ​ແຫ່ງ​ຕ່າງ​ໃນ​ທົ່ວ​ປະ​ເທດ,​ຈຳ​ນວນ​ນັກ​ສະ​ແດງ​ມີ​ຫຼາຍ​ໝື່ນ​ຄົນ​,​ແລະ​ຈະ​ໂຮມ​ກັນ​ຝຶກ​ຊ້ອມ​ຢູ່​ປັກ​ກິ່ງ​ໃນ​ເດືອນ​ມິຖຸນາ​ປີ​ນີ້.