ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-07 17:40:25    
ວຽກ​ງານ​ວັດ​ທະ​ນະ​ທຳ​ຕິ​ເບດ​ມີ​ການ​ພັດ​ທະ​ນາ​ຢ່າງ​ໃຫຍ່​ຫຼວງ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ໃນ​ຫຼາຍ​ປີ​ມາ​ນີ້,​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດຈີນ​ໄດ້​ເພີ່ມ​ງົບ​ປະ​ມານ​ຫຼາຍ​ຂຶ້ນ​ເຂົ້າ​ໃນ​ວຽກ​ງານ​ວັດ​ທະ​ນະ​ທຳ,​ວຽກ​ງານ​ວັດ​ທະ​ນະ​ທຳ​ໄດ້​ປະ​ກົດ​ມີ​ທ່າ​ອ່ຽງທີ່​ເລັ່ງ​ລັດ​ພັດ​ທະ​ນາ​ໄວ​ຂຶ້ນ.

ພະ​ແນກ​ວັດ​ທະ​ນະ​ທຳ​ເຂດ​ຕິ​ເບ​ດ​ແຈ້ງ​ໃຫ້​ຊາບ​ວ່າ,​ໃນ​ຫຼາຍ​ປີ​ມາ​ນີ້,​ລະ​ບົບ​ບໍ​ລິ​ການ​ດ້ານ​ວັດ​ທະ​ນະ​ທຳ​ສາ​ທາ​ລະ​ນະ​ຂອງ​ເຂດ​ຕິ​ເບດ​ນັບ​ມື້​ນັບ​ສົມ​ບູນ​ຂຶ້ນ,​ໄດ້​ສ້າງ​ສິ່ງ​ກໍ່​ສ້າງ​ວັດ​ທະ​ນະ​ທຳ​ທີ່​ເປັນ​ສັນ​ຍະ​ລັກ​ເຊັ່ນ​ສູນ​ສິລະ​ປະງີ້ວ​ຕິ​ເບ​ດ,​ຫໍ​ສິ​ລະ​ປະ​ຊົນ​ເຜົ່າ​ນະ​ຄອນ​ລາ​ຊາ​ເປັນ​ຕົ້ນ,​ໄດ້​ສ້າງ​ສູນ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ​ລະ​ດັບ​ເມືອງ​30​ກວ່າ​ແຫ່ງ​ແລະ​ສະ​ຖາ​ນີ​ວັດ​ທະ​ນະ​ທຳ​ຂັ້ນ​ບ້ານ​300​ກວ່າ​ແຫ່ງ,​ເງື່ອນ​ໄຂ​ໂຄງ​ລ່າງ​ດ້ານ​ວັດ​ທະ​ນະ​ທຳ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.​ກິດ​ຈະ​ກຳ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຂອງ​ເຂດ​ຕິ​ເບ​ດກໍ່​ນັບ​ມື້​ນັບ​ຄຶກ​ຄື້ນ​ຟົດ​ຟື້ນ,​ໄດ້​ສົ່ງ​ຄະ​ນະ​ຜູ່​ແທນ​20​ກວ່າ​ຄະ​ນະ​ໄປ​ຕ່າງ​ປະ​ເທດ​ເພື່ອ​ຈັດ​ກິດ​ຈະ​ກຳ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ.