ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-07 18:21:24    
ຈີນ​ເຫັນ​ວ່າ​ປະ​ຊາ​ຄົມ​ໂລກ​ຄວນ​ອອກ​ສຽງ​ດຽວ​ກັນ​ໃນ​ບັນ​ຫາ​ດາ​ຟູ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ7​ມີນາ​ນີ້,ຢູ່​ທີ່​ປັກ​ກິ່ງ,​ທ່ານ​ລິວ​ກຸ້ຍ​ຈິ່ນ ຜູ່​ຕາງ​ໜ້າ​ພິ​ເສດ​ກ່ຽວ​ກັບ​ບັນຫາ​ດາ​ຟູ​ຂອງ​ລັດ​ຖະ​ບານ​ຈີນ​ກ່າວ​ວ່າ,​ປະ​ຊາ​ຄົມ​ໂລກ​ຄວນ​ອອກ​ສຽງ​ດຽວ​ກັນ​ໃນ​ບັນ​ຫາ​ດາ​ຟູ.

ໃນ​ກອງ​ປະຊຸມ​ຂ່າວ​ກ່ຽວ​ກັບ​ບັນຫາ​ດາ​ຟູ,​ທ່ານ​ລິວ​ກຸ້ຍ​ຈິ່ນ​ກ່າວ​ວ່າ,​ປະ​ຊາ​ຄົມ​ໂລກ​ບໍ່​ຄວນ​ສົ່ງ​ສັນຍານ​ຜິດພາດ​ໄປ​ໃຫ້​ຂະ​ບວນ​ການ​ຕໍ່​ຕ້ານ​ຂອງ​ຊູ​ດັງ,​ຫາກ​ຄວນ​ອອກ​ສຽງ​ດຽວ​ກັນ,​ນັ້ນ​ກໍ່​ຄື ຄວນ​ຈັດ​ວາງ​ກອງ​ທະ​ຫານ​ຮັກ​ສາ​ສິນ​ຕິ​ພາບ​ປະ​ສົມ​ໂດຍ​ໄວ,​ພ້ອມ​ທັງ​ຕ້ອງ​ຊຸກ​ຍູ້​ຂະ​ບວນ​ການ​ປອງ​ດອງ​ທາງ​ການ​ເມືອງ.

ທ່ານ​ລິວ​ກຸ້ຍ​ຈິ່ນກ່າວ​ວ່າ,ຈີນກັບ​ຊູ​ດັງ​ໄດ້​ຮັກ​ສາ​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ມີ​ໄມ​ຕີ​ຈິດ​ຕະ​ຫຼອດ​ມາ,ສະ​ນັ້ນ,ຈີນ​ຈິ່ງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ພິ​ເສດ​ໃນ​ບັນ​ຫາ​ດາ​ຟູ,​ແຕ່​ວ່າ,​ບໍ່​ຄວນ​ຄາດ​ຄະ​ເນ​ສູງ​ຕໍ່​ອິດ​ທິພົນ​ຂອງ​ຈີນຝ່າຍ​ດຽວ.ການ​ແກ້​ໄຂ​ບັນຫາ​ດາ​ຟູ​ຕ້ອງ​ການ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ຫຼາຍ​ຝ່າຍ.

ທ່ານ​ລິວ​ກຸ້ຍ​ຈິ່ນກ່າວ​ວ່າ,ການ​ເອົາ​ບັນຫາ​ດາ​ຟູ​ຕິດ​ພັນ​ກັບ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ບໍ່​ມີ​ເຫດຜົນຫຍັງ​ເລີຍ,ການ​ກະທຳ​ຂອງຄົນ​ສ່ວນ​ໜ້ອຍ​ທີ່​ສຸດທີ່​ສວຍ​ໃຊ້​ບັນ​ຫາ​ສ່ວນ​ໜ້ອຍ​ທີ່​ສຸດ​ມາ​ທຳລາຍ​ກຽດ​ສັກ​ສີຂອງ​ງານ​ກິລາ​ໂອ​ລິ​ມປິກ​ນັ້ນ​ຈະ​ບໍ່​ສຳ​ເລັດ​ຜົນ​ຢ່າງ​ເດັດ​ຂາດ.