
ຕາມຂ່າວສານຈີນ,ວັນທີ6ມີນານີ້,ທ່ານຫູຈິນທາວ ປະທານປະເທດຈີນໄດ້ພົບປະຜູ່ແທນສະພາປະຊາຊົນທົ່ວປະເທດແລະກຳມະການສະພາປຶກສາການເມືອງແຫ່ງຊາດຂອງເຂດຮົງກົງແລະມາກາວ,ທ່ານໄດ້ຍ້ອງຍໍວ່າຮົງກົງແລະມາກາວມີຄຸນງາມຄວາມດີທີ່ຢັບຢັ້ງບໍ່ໄດ້ໃນພາລະກິດອັນຍິ່ງໃຫຍ່ແຫ່ງການປະຕິຮູບແລະໄຂປະຕູສູ່ພາຍນອກເປັນເວລາ30ປີມານີ້.ວັນທີ7ມີນານີ້,ຫາງສຽງຮົງກົງມີປະຕິກິລິຍາຢ່າງຟົດຟື້ນຕໍ່ເລື່ອງນີ້.
ໜັງສືພິມເວີນຮຸຍປາວຂອງຮົງກົງພິມບົດນຳຊີ້ອອກວ່າ,ນະໂຍບາຍແລະທິດທາງລວມຂອງສູນກາງຕໍ່ຮົງກົງໄດ້ເສີມຂະຫຍາຍບົດບາດສຳຄັນທີ່ສຸດຕໍ່ການສະໜັບສະໜູນແລະປົກປັກຮັກສາການພັດທະນາເສດຖະກິດແລະສັງຄົມມີຄວາມໝັ້ນຄົງຂອງຮົງກົງ.
ໜັງສືພິມຊ່າງປ້າວຂອງຮົງກົງພິມບົດຄວາມໂດຍຊີ້ອອກວ່າ,ລັດໄດ້ເຂົ້າສູ່ໄລຍະພັດທະນາໃໝ່.ຮົງກົງຈະເຮັດແນວໃດກຳໂອກາດໃໝ່ທີ່ປະເທດພັດທະນາ,ພັດທະນາເສດຖະກິດແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີກວ່າເກົ່ານັ້ນແມ່ນບັນຫາທີ່ທົ່ວສັງຄົມຄວນກຶກກອງ.
|