ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-07 21:10:52    
ຈີນ​ມີ​ຄວາມ​ໝັ້ນ​ໃຈ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ອາ​ຫານ​ງານ​ກິ​ລາ​ໂອ​ລິມ​ປິກ

cri Author: min
ຕາມ​ຂ່າ​ວສານ​ຊິ່ນ​ຮວາ​: ທ່ານຫຼີຊາງ​ຈ່ຽງ ຫົວໜ້າ​ກົມ​ໃຫຍ່​ຕິດຕາມ​ກວດກາ​ຄຸນ​ນະພາ​ບ​ແລະ​ກວດກາ​ພະຍາດ​ແຫ່ງ​ຊາດ​ຈີນ​ກ່າວ​ຢູ່​ປັກ​ກິ່ງ​ວ່າ, ຈີນ​ມີ​ຄວາມ​ໝັ້ນ​ໃຈ​ເຕັມປ່ຽມ​ທີ່​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ອາຫານ​ງານ​ກິລາ​ໂອ​ລິ​ມປິກ.

ວັນ​ທີ 6 ມີນາ​ນີ້, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່າ​ນຫຼີຊາງ​ຈ່ຽງກ່າວ​ວ່າ, ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ອາຫານ​ງານ​ກິລາ​ໂອ​ລິ​ມປິກ​, ລັດຖະບານ​ຈີນ​ແລະ​ຄະນະ​ກຳມະການ​ຈັດຕັ້ງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ສ້າງ​ລະບົບ​ຕິດຕາມ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ຂອງ​ອາຫານ​ງານ​ກິລາ​ໂອ​ລິ​ມປິກ​ຢ່າງ​ຄົບ​ຖ້ວນ​​ແລະ​ບັງ​ເກີດ​ຜົນ. ອາຫານ​ງານ​ກິລາ​ໂອ​ລິ​ມປິກ​ທັງ​ໝົດ​ລ້ວນ​ແຕ່​ມາ​ຈາກ​ວິ​ສາ​ຫະກິດ​ປຸງ​ແຕ່ງ​ແລະ​ລ້ຽງສັດທີ່​ໄດ້​ຜ່ານ​ການ​ຄັດ​ເລືອກ​ຢ່າງ​​ເຄັ່ງ​ຄັດ, ​ບໍ່​ພຽງ​ແຕ່​ທໍ່​ນີ້​ວິ​ສາ​ຫະກິດ​ທີ່​ມີ​ຄຸນ​ວຸດ​ທິຖືກ​ຄັດ​ເລືອກລ້ວນ​ແຕ່​ຕ້ອງ​ບັນລຸ​ມາດຕະຖານ​ສາກົນ, ພ້ອມ​ກັນ​ນັ້ນ, ອາຫານ​ງານ​ກິລາ​ໂອ​ລິ​ມປິກ​ທັງ​ໝົດ​ລ້ວນ​ແຕ່​ຕ້ອງ​ຜ່ານ​ການກວດ​ກາ​ຢ່າງ​​ເຄັ່ງ​ຄັດຂອງ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ. ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ອາຫານ​ງານ​ກິລາ​ໂອ​ລິ​ມປິກ, ຈີນ​ກໍ່​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ສາກົນ, ​ຕັ້ງ​ໜ້າ​ແລກປ່ຽນ​ບົດຮຽນ​ກັບ​ວິ​ສາ​ຫະກິດ​ສາກົນ.