ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-07 21:19:05    
ການ​ສົນທະນາ​ລະ​ຫວ່າງ​ນັກ​ວິ​ຊາ​ການ​ປ້ອງ​ກັນ​ລະ​ດັບ​ສູງ​ຂອງ​ຈີນ​ແລະ​ອາ​ຊຽນ​ຄັ້ງ​ທຳ​ອິດ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

cri Author: d
ຕາມ​ຂ່າວສານ​ຈີນ: ການ​ສົນທະນາ​ລະ​ຫວ່າງ​ນັກວິຊາ​ການປ້ອງ​ກັນ​ລະດັບ​ສູງຂອງ​ຈີນ​ແລະ​ອາ​ຊຽນຄັ້ງທຳ​ອິດຈະຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ແຕ່​ວັນ​ທີ11ຫາວັນ​ທີ15ມີນາ​ນີ້,​ເຊິ່ງມີ​ຫົວ​ຂໍ້​ວ່າ "ກອງ​ທັບ​ທັນ​ສະ​ໄໝກັບ ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ໃນພາກ​ພື້ນ".

ວັນ​ທີ7ມີນາ​ນີ້ ຫ້ອງ​ການ​ວຽກ​ງານ​ຕ່າງປະ​ເທດ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ລາຍ​ງານ​ວ່າ,ການ​ສົນທະນາ​ເທື່ອ​ນີ້​ແມ່ນ​ເພື່ອ​ປະຕິບັດ​ຂໍ້​ລິ​ເລີ່​ມທີ່​ກ່ຽວຂ້ອງຂອງ​ທ່ານ​​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີ ຈີນ​ໃນ​ກອງ​ປະຊຸມຕ່າງໆ​ຂອງຜູ່​ນຳ​ອາຊີ​ຕາ​ເວັນ​ອອກ​ໃນ​ເດືອນ​ພະຈິກ​ປີ2007,ຕັ້ງໜ້າ​ຊຸກຍູ້​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ອົງການ​ປ້ອງ​ກັນ​ລະດັບ​ສູງ​ຂອງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ,ຄົ້ນຄວ້າ​ຫາລືວິທີ​ແລະ​ຊ່ອງ​ທາງ​ເພີ່ມ​ທະວີ​ ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນຕໍ່​ຄວາມ​ປອດ​ໄພ​ທາງ​ການ​ທະຫານ​ລະຫວ່າງ​ປະ​ເທດ​ຕ່າງໆ.

​ນັກວິຊາ​ການເກືອບ30​ຄົນ​ທີ່​ມາ​ຈາກກອງທັບແລະ​ອົງການ​ປ້ອງ​ກັນ​ທ້ອງ​ຖິ່ນ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​​ແລະຈີນ ​ ຈະ​ແລກປ່ຽນ​ແລະ​ຫາ​ລື​ກັນ​ກ່ຽວ​ກັບສາ​ເຫດ​ຫັນ​ເປັນ​ທັນ​ສະ​ໄໝ​ແລະ​ທ່ວງທ່າ​ພັດທະນາ​ຂອງກອງທັບ​ປະ​ເທດ​ຕ່າງໆ ​ແລະ​ຜົນ​ສະທ້ອນ​ທີ່​ມີ​ຕໍ່​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ໃນພາກ​ພື້ນ​ນີ້,ຄົ້ນຄວ້າ​ຊອກ​ຫາ​ມາດ​ຕະການທີ່​ກຳຈັດ​ຄວາມ​ສົງ​ໃສ​ແລະ​ຄວາມ​ເຂົ້າ​ໃຈ​ຜິດ​.