|
![](/images/spacer.gif) |
(GMT+08:00)
2008-03-08 16:43:41
|
![](/images/shim.gif) |
ປະຊາຄົມໂລກຕີລາຄາສູງຕໍ່ຄຳປາໄສກ່ຽວກັບການພົວພັນລະຫວ່າງສອງຝັ່ງຂອງທ່ານຫູຈິນທາວ
cri
Author: d
ຕາມຂ່າວCRI: ມໍ່ໆມານີ້ ປະຊາຄົມໂລກໄດ້ຕີລາຄາສູງຕໍ່ຄຳປາໄສຂອງທ່ານຫູຈິນ ທາວປະທານປະເທດຈີນກ່ຽວກັບການພົວພັນລະຫວ່າງສອງຝັ່ງທີ່ກ່າວໃນວັນທີ4ມີນານີ້.
ວັນທີ6ມີນານີ້ ສະໂລເວນີປະເທດປະທານໝູນວຽນຂອງສະຫະພາບເອີລົບອອກຖະແຫຼງການໃນນາມສະຫະພາບເອີລົບ,ກ່າວລື້ມວ່າ ສະຫະພາບເອີລົບປະຕິບັດນະໂຍບາຍຈີນດຽວ,ກ່າວເນັ້ນວ່າ ເຈົ້າໜ້າທີ່ໄຕ້ຫວັນຊຸກຍູ້ການປ່ອນບັດເພື່ອເຂົ້າເປັນສະມາຊິກອົງການສະຫະປະຊາຊາດນັ້ນ ຈະເຮັດໃຫ້ສະຖານະການຊ່ອງແຄບໄຕ້ຫວັນເຄັ່ງຕຶງຂຶ້ນ.
ໜັງສຶພິມລຽນເຫີຈາວປ້າວຂອງສິງກະໂປສະບັບວັນທີ6ມີນາພິມບົດຄວາມໂດຍຂຽນວ່າ,ຄຳປາໄສຂອງທ່ານຫູຈິນທາວເທື່ອນີ້ຍ່ອມຈະມີບົດບາດໃນເວລາຍາວນານສົມຄວນ,ຄວນຕີລາຄາຢ່າງຕັ້ງໜ້າ.
ວັນທີ5ມີນານີ້ ທ່ານFaleomavaega ປະທານອະນຸກຳມະການສິ່ງແວດລ້ອມອາຊີປາຊິຟິກແລະທົ່ວໂລກຂອງຄະນະກຳມາທິການການຕ່າງປະເທດສະພາຕ່ຳອາເມລິກາກ່າວວ່າ,ຄຳປາໄສຂອງທ່ານຫູຈິນທາວເຊີດຊູກຳລັງໃຈຄົນຫຼາຍ,ມີຜົນດີຕໍ່ການຜ່ອນຄາຍສະຖານະການອັນເຄັ່ງຕຶງລະຫວ່າງສອງຝັ່ງຊ່ອງແຄບ.
ວັນທີ5ມີນານີ້ ສື່ມວນຊົນຕົ້ນຕໍຂອງຟີລິບປິນຕ່າງໄດ້ພິມຄຳປາໄສຂອງທ່ານປະທານຫູຈີນທາວ.ໜັງສືພິມຊ່າງປ້າວໄດ້ຫວນຄືນຄຳປາໄສກ່ຽວກັບວຽກງານໄຕ້ຫວັນທີ່ທ່ານຫູຈິນທາວກ່າວໃນກອງປະຊຸມສອງສະພາໃນ3ປີຜ່ານມານີ້,ແລະສະຫຼຸບວ່າ,ຄຳປາໄສຂອງທ່ານຫູຈິນທາວເລິກເຊິ່ງລະອຽດ ມີຄວາມໝັ້ນໃຈ ຕິດແທດຕົວຈິງແລະໄຂປະຕູສູ່ພາຍນອກກວ່າທຸກເທື່ອ.
|
|
|