ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-09 18:31:50    
ແຂວງ​ຢຸນ​ນານ​ຈີນ​ຈະ​ຮັບ​ເອົາ​ນັກ​ສຶກ​ສາ​ຫວຽດ​ນາມ​ຫຼາຍ​ກວ່າ​ເກົ່າ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ແຂວງ​ຢູນນານ​ຈີນ​ມີ​ພູຜາ​ແມ່​ນ້ຳ​ຕິດ​ຈອດ​ກັບ​ຫວຽດ​ນາມ,​ແຂວງ​ນີ້​ໄດ້​ດຶງ​ດູດ​ນັກ​ສຶກສາ​ຫວຽດນາມ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.ຫວ່າງ​ມໍ່ໆ​ນີ້,ທ່ານ​ໂລ​ສົງ​ມິນ ຫົວ​ໜ້າ​ພະ​ແນ​ກ​ສຶກສາ​ແຂວງ​ຢູນນານກ່າວ​ວ່າ,ຍິນ​ດີ​ຕ້ອນຮັບ​ນັກ​ສຶກສາ​ຫວຽດນາມ​ໄປ​ຮຽນ​ຢູ່​ແຂວງ​ຢຸນ​ນານ,ຢຸນນານ​ຈະ​ໃຫ້ທຶນ​ສຶກສາ​ໃຫ້​ແກ່​ເຂົາ​ເຈົ້າ.

ທ່ານ​ໂລ​ສົງ​ມິນ​ກ່າວ​ວ່າ,ຫຼາຍ​ປີ​ມາ​ນີ້,​ແຂວງ​ຢຸນນານ​ແລະ​ພາກ​ສ່ວນ​ ສຶກ​ສາ​ຫວຽດ​ນາມ​ໄດ້​ຮັບ​ຜົນ​ສຳ​ເລັດ​ໃນ​ການ​ຮ່ວມ​ມື​ ບຳ​ລຸງ​ສ້າງ​ນັກ​ສຶກ​ສາ​ແລະ​ຮ່ວມ​ກັນ​ດຳ​ເນີນ​ການ​ສຶກ​ສາ​ເປັນ​ຕົ້ນ.​ພາກ​ສ່ວນ​ສຶກ​ສາ​ແຂວງ​ຢູນນານ​ສະ​ໜັບ​ສະ​ໜູນ​ໂຮງ​ຮຽນ​ຊັ້ນ​ສູງ​ແລະ​ໂຮງ​ຮຽນ​ອາ​ຊີບ​ຊັ້ນ​ກາງ​ໄປ​ສຶກສາ​ຢູ່​ໂຮງ​ຮຽນ​ຂອງ​ຫວຽດ​ນາມ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ພາກ​ສ່ວນ​ ສຶກ​ສາ​ຂອງ​ຫວຽດ​ນາມ​ຈັດ​ຊຸດ​ອົບ​ຮົມ​ໄລ​ຍະ​ສັ້ນ.​ພ້ອມ​ກັນ​ນັ້ນ,​ແຂວງ​ຢູນ​ນານ​ຍັງ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ຫວຽດ​ນາມ​ໃນ​ດ້ານ​ການ​ປະຕິ​ຮູບ​ການ​ສຶກສາ.

ປັດຈຸບັນ,ນັກ​ສຶກສາ​ຫວຽດນາມ​ທີ່​ກຳ​ລັງ​ຮຽນ​ຢູ່​ແຂວງ​ຢຸນ​ນານ​ມີ​1600​ກວ່າ​ຄົນ,​ກວມ​ປະ​ມານ​1/3​ຂອງ​ຍອດ​ຈຳນວນ​ນັກ​ສຶກສາ​ຕ່າງ​ປະ​ເທດ​ທີ່​ຮຽນ​ຢູ່​ແຂວງ​ຢຸນ​ນານ.