ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-11 19:30:34    
ປະ​ຊາ​ຊົນ​ໄຕ້​ຫວັນ​ຄອງ​ຄອຍ​ງານ​ກິ​ລາ​ໂອ​ລິມ​ປິກ​

cri

ຕາມ​ຂ່າ​ວສານ​ຈີນ:ຫວ່າງ​ມໍ່​ໆ​ນີ້,​ໃນ​ເວລາທ່ານ​ໄຊ້ຊີ່​​ເຈຍ ຮອງ​ປະທານ​ຄະນະ​ກຳມະການ​ງານ​ກິລາ​ໂອລິ​ມປິກ​ໄຕ​ເປຈີນ​​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຢູ່​ນະຄອນ​ໄຕ​ເປ,ທ່ານ​ກ່າວ​ວ່າ,ປະຈຸ​ບັນຍັງ​ບໍ່​ຮອດ 5 ​ເດືອນກໍຈະ​ຈັດ​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,ປະຊາຊົນ​ໄຕ້​ຫວັນ​ຫຼາຍໆ​ຄົນຄອງ​ຄອຍ​ງານ​ກິລາ​ໂອ​ລິ​ມປິກ​​,​ແລະ​ກ່າວ​ວ່າ​ຢາກ​ໄປຊົມ​ການ​ແຂ່ງຂັນ​ຂອງງານ​ກິລາ​ໂອ​ລິ​ມປິກທີ່​ປັກ​ກິ່ງ.


ທ່ານ​ໄຊ້ຊີ່​​ເຈຍກ່າວ​ວ່າ,ຈຳນວນ​ປີ້ຂອງ​ງານ​ກິລາ​ໂອ​ລິ​ມປິກ​ເທື່ອ​ນີ້ທີ່​ແຈກ​ຢາ​ຍ ມ​ໃຫ້ເຂດ​ໄຕ້​ຫວັນມີ 556 ​ໃບ,​ແຕ່​ນັບ​ມາຮອດ​ເດືອນ​ພະຈິກ​ປີ​ກາຍນີ້, ປະຊາຊົນ​ໄຕ້​ຫວັນ​​ໄດ້​ສົ່ງໃບ​ຮ້ອງ​ຂໍ​ຊື້​ປີ້​ຂອງການ​ແຂ່ງຂັນ​ຊະນິດຕ່າງໆ​ເກືອບ 1700 ​ໃບ.

ທ່ານ​ໄຊ້ຊີ່​​ເຈຍກ່າວ​ວ່າ,ປະຊາຊົນ​ສອງ​ຝັ່ງ​ຊ່ອງ​ແຄບ​​ແມ່ນ​ມີ​ເຊື້ອສາຍ​ດຽວ​ກັນ​ແຫຼ່ງດຽວ​ກັນ,ປີ 2001 ​ໃນ​ເວລາ​ຄະນະ​ກຳມະການ​ງານກິ​ລາ​ໂອ​ລິ​ມປິກສາກົນ​ປ່ອນ​ບັດ​ຢູ່ຣັດ​ເຊຍ​ເພື່ອ​ເລືອກ​ຕົວ​ເມືອງ​ທີ່​ຈັດ​ງານ​ກິລາ​​ໂອ​ລິ​ມປິກ​ຄັ້ງ​ທີ29, ປະຊາ ຊົນ​ໄຕ້​ຫວັນ​ລ້ວນ​ແຕ່​ຄອງ​ຄອຍ​​ແລະ​ຫວັງໃຫ້​ປັກ​ກິ່ງ​ໄດ້​ຮັບ​​ໄຊຊະນະ.ປະຊາຊົນ​ໄຕ້​ຫວັນ​ຫວັງ​ໃຫ້​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຈະຈັດ​ງານ​ກິລາ​ໂອ​ລິມປິກ​ຄັ້ງ​ຫນຶ່ງ​ຢ່າງ​ສຳ​ເລັດ​ຜົນ.