ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-12 15:43:49    
ຈີນ​ຜະລິດ​ເຄື່ອງຈັກ​ຜະ​ລິດ​ນ້ຳ​ມັນ​ດ້ວຍ​ເຟືອງ​ໜ່ວຍ​ທຳ​ອິດ​

cri Author: d
ຕາມ​ຂ່າວສານ​ຊິນ​ຮວາ: ມໍ່ໆ​ນີ້ ຢູ່​​ແຂວງ​ອ່ານ​ຫຸ່ຍ ພາກ​ກາງຂອງ​ຈີນ ເຄື່ອງຈັກ​ຜະລິດ​ນ້ຳມັນ​ດ້ວຍ​ເຟືອງທີ່​ຈີນຄົ້ນຄວ້າ​ຜະລິດດ້ວຍ​ຕົນ​ເອງໜ່ວຍ​ທຳ​ອິດ​ໄດ້​ຮັບ​ການກວດ​ສອບຈາກຜູ່​ຊ່ຽວຊານ,​ເຊິ່ງ​ໄດ້​ເປີດ​ຊ່ອງ​ທາງ​ໃໝ່​​ໃຫ້​ຈີນສະ​ແຫວ​ງຫາ​ພະລັງງານ​ສີຂຽວ.

ການ​ກວດກາ​ສະ​ແດງ​ໃຫ້​ເຫັນ​ວ່າ,​ເຄື່ອງ​ຈັກ​ນີ້​ສາມາດ​ຜະລິດ​ນ້ຳມັນ​ກາ​ຊວນ​ຊີວະ​ພາບປະມານ1ໝື່ນ​ໂຕນ​ຕໍ່​ປີ,ອັດຕາ​ຜະລິດ​ນ້ຳມັນສູງ​ເຖິງ 51,9%.ປະຈຸ​ບັນ ​ໄດ້​ນຳ​ໃຊ້​ໜ່ວຍ​ໜຶ່ງ​ໃນ​ຕະຫຼາດ​ແລ້ວ.

ການ​ຜະລິດ​ນ້ຳມັນ​ກາ​ຊວນຊີວະ​ພາບຈາກ​​ເຟືອງ,​ແມ່ນ​ຊ່ອງ​ທາງ​ສຳຄັນ​ເພື່ອ​ເຂົ້າ​ແທນ​ຊັບພະ​ຍາກ​ອນນ້ຳມັນ​ເຊື້ອ​ໄຟ. ການ​ນຳ​ໃຊ້​ເຄື່ອງ​ຈັກ​ຊະນິດ​ນີ້ຢ່າງ​ສຳ​ເລັດ​ຜົນ ​ເປັນຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ໄດ້​ຮັບ​ຄວາມ​ກ້າວໜ້າ​ອັນ​​ໃຫຍ່​ຫຼວງ​ໃນ​ຂົງ​ເຂດ​ດັ່ງກ່າວ.