ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-12 17:49:28    
ອົງການ​ສຸພາ​ນິ​ມິດ​ສາກົນ​ລົງ​ທຶນ 3 ລ້ານ 5 ​ແສນ​ຢວນ​ຢູ່​ແຂວງ​ສ້າ​ນຊີ່​ຈີນ​ເພື່ອ​ຊ່ອຍ​ເຫຼືອ​ເດັກ​ພິ​ການ

cri Author: mo
ຕາມ​ຂ່າວ​ສານ​ຊີ​ນຮວາ: ​ແຕ່​ປີ 2007 ມາ​ຮອດ​ປັດຈຸບັນ, ອົງການ​ສຸພາ​ນິມິດ​ສາກົນໄດ້ລົງທຶນ 3 ລ້ານ 5 ​ແສນຢວນ​ຢູ່​ແຂວງ​ສ້າ​ນຊີ່​ຈີນ​ເພື່ອ​ຊ່ອຍ​ເຫຼືອ​ເດັກ​ພິການ.

ແຕ່​ປີ 2007 ​ເປັນຕົ້ນມາ, ອົງການ​ສຸພາ​ນິມິດ​ສາກົນ​ໄດ້ລົງທຶນ 3 ລ້ານ 5 ​ແສນຢວນ​ຢູ່​ແຂວງ​ສ້າ​ນຊີ່​ຈີນ​ດຳ​ເນີນ​ໂຄງການ​ຟຶ້ນຟູ​ສຸຂະພາບ​ຂອງ​ເດັກ​ພິການ. ​ໂຄງການ​ດັ່ງກ່າວ​ແມ່ນ​​ອົບຮົມ​ຄວາ​ມສາມາດ​ຂອງ​ຄູ​ສອນ​ຟື້ນ​ຟູສຸຂະພາບ​​ໃນ​ໂຮງສະຫວັດດີ​ການ, ​ແລ້ວ​ຊ່ອຍ​ອົງການ​ສະຫວັດດີ​ການ​ເດັກ​ນ້ອຍ​ຂອງ​ນະຄອນ​ສີ່​ອ່ານ​ແລະ​ແຫ່ງອື່ນ​ໃນ​ແຂວງ​ສ້າ​ນຊີ່​ຍົກ​ລະດັບ​ການ​ບໍລິການ​ຟື້ນ​ຟູ​ສຸຂະພາບ​ຂອງ​ເຂົາ​ເຈົ້າ​ໃຫ້​ດີ​ຂຶ້ນ.

ອົງການ​ສຸພາ​ນິມິດ​ສາກົນ​ແມ່ນ​ອົງການ​ຊ່ອຍ​ເຫຼືອ​ແລະ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ສາກົນ, ສ້າງຕັ້ງຂຶ້ນ​ເມື່ອ​ປີ 1950, ປັດຈຸບັນ​​ໄດ້​ດຳ​ເນີນ​ວຽກ​ງານ​ໃນ​​ເກືອບ 100 ປະ​ເທດ​ໃນ​ໂລກ. ປີ 1982, ອົງການ​ສຸພາ​ນິມິດ​ສາກົນ​ເລີ່​ມ​ເຮັດ​ວຽກ​ຢູ່​ຈີນ, ປັດຈຸບັນ, ຂອບ​ເຂດ​ວຽກ​ງານ​ໄດ້​ກ່ຽວ​ພັນ​ເຖິງ 16 ​ແຂວງ​ຂອງ​ຈີນ​ແລ້ວ.