ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-12 18:04:15    
ກອງ​ປະ​ຊຸມ​ສຸດ​ຍອດ​ທຸ​ລະ​ກິດ​ແລະ​ການ​ລົງ​ທຶນ​ຈີນ​ອາ​ຊຽນ​ຄັ້ງ​ທີ 5 ປະ​ກາດ​ຫົວ​ຂໍ້​ຫຼັກ​ຢ່າງ​ເປັນ​ທາງ​ການ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 12 ມີນາ​ນີ້, ກອງ​ເລຂາ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ທຸລະ​ກິດ​ແລະ​ການ​ລົງທຶນ​ຈີນ​ອາ​ຊຽນ​ແຈ້ງ​ໃຫ້​ຊາບ​ວ່າ, ​ຫົວ​ຂໍ້ຫຼັກຂອງກອງ​ປະຊຸມ​ສຸດ​ຍອດ​ທຸລະ​ກິດ​ແລະ​ການ​ລົງທຶນ​ຈີນ​ອາ​ຊຽນຄັ້ງທີ 5 ​ແມ່ນ​: "ສາຍ​ຕາ​ອັນ​ກວ້າງ​​ໄກ, ການ​ກະທຳ​ອັນຕັ້ງໜ້າ."

ກອງ​ເລຂາ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ທຸລະ​ກິດ​ແລະ​ການ​ລົງທຶນ​ຈີນ​ອາ​ຊຽນ​ໄດ້​ອະທິບາຍ​ຫົວ​ຂໍ້ຫຼັກດັ່ງກ່າວ​ນີ້ ຊີ້​ອອກ​ວ່າ, ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນ​ແມ່ນ​ການ​ຄັດ​ເລືອກ​ສຳຄັນ​ໃນ​ການ​ເຮັດ​ໃຫ້​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ນີ້ຮ່ວມ​ມື​ເສດຖະກິດ​​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ຍິ່ງ​ແໜ້ນ​ແຟ້ນກວ່າ​ເກົ່າ. ລັດຖະບານ ສະມາຄົມ​ການ​ຄ້າ ​ແລະ​ວິ​ສາ​ຫະກິດ​ຂອງ​ປະ​ເທດ​ຕ່າງໆ​ລ້ວນ​ແຕ່​ຕ້ອງການ​​ສາຍຕາ​ທີ່​ກວ້າງກວ່າ​​ເກົ່າ ​ແລະ​ໃຊ້ການ​ກະທຳອັນ​ຕັ້ງໜ້າ​ມາບັນລຸ​ເປົ້າໝາຍ"​ໄດ້​ຮັບ​ໄຊຊະນະ​ທັງ​ສອງ​ຝ່າຍ".

ກອງ​ປະຊຸມ​ເທື່ອ​ນີ້​ຈະ​ຈັດ​ຫົວ​ຂໍ້​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ, ຊຶ່ງ​ມີ​ຈຸດປະສົງ​ໃຫ້​ຊຸກ​ຍູ້​ການ​ຮ່ວມ​ມື​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ​ລະ​ຫວ່າງຈີນກັບ​ອາ​ຊຽນ. ອີກ​ຫົວ​ຂໍ້​ໜຶ່ງ​ແມ່ນ"ການ​ຮ່ວມ​ມື​ການ​ລົງທຶນ"ຈະ​ຊຸກ​ຍູ້​ໃຫ້​ວິ​ສາ​ຫະກິດ​ສອງ​ຝ່າຍ​ດຳ​ເນີນ​ການ​ຮ່ວມ​ມື​ລົງທຶນຫຼາຍກວ່າ​ເກົ່າ, ມີ​ຜົນ​ດີ​ຕໍ່​ການເຮັດ​ໃຫ້​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ຂອງ​ລັດຖະບານ​​ປະ​ເທດ​ຕ່າງໆ​​ດີ​ຂຶ້ນ.