ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-12 18:22:30    
ວຽກ​ງານ​ກະ​ກຽມ​ຕ່າງໆ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ແລະ​​ໂອ​ລິມ​ປິກ​ຄົນ​ພິ​ການ​ດຳ​ເນີນ​ຢ່າງ​ສະ​ດວກ

cri Author: MO

ຕາມ​ຂ່າວCRI:ວັນ​ທີ 12 ມີນາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ລິວ​ຈິ້ງ​ມິນ ຮອງ​ເຈົ້າຄອງ​ນະຄອນຫຼວງປັກ​ກິ່ງ ຮອງ​ປະທານບໍລິຫານ​ຂອງ​ຄະນະ​ຈັດ​ງານ​ກິລາ​​ໂອ​ລິ​ມປິກ​ປັກ​ກິ່ງ​ກ່າວ​ວ່າ, ​ເມື່ອ​ໄດ້​ທຳ​ຄວາມ​ພະຍາຍາມ​ມາ 6 ປີ​ປາຍ, ປັດຈຸບັນ, ວຽກງານ​ກະກຽມ​ຕ່າງໆຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແລະ​​ໂອ​ລິ​ມປິກ​ຄົນ​ພິການ​ໄດ້ດຳ​ເນີນ​ໄປຢ່າງ​ສະດວກ, ​ໄດ້​ສ້າງ​ພື້ນຖານ​ອັນ​ໜາ​ແໜ້ນ​​ເພື່ອ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຢ່າງ​ສຳ​ເລັດ​ຜົນ.



ໃນ​ກອງ​ປະຊຸມ​ຂ່າວ​ທີ່ຈັດ​ຢູ່ກອງ​ປະຊຸມ​​ເທື່ອ​ທີ​ໜຶ່ງ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 11, ທ່ານ​ລິວ​ຈິ້ງ​ມິນ​ກ່າວ​ວ່າ, ​ການ​ສ້າງສະໜາມ​ກິລາ​ຂອງ​ງານ​ກິລາ​ໂອ​ລິມປິກ​ປັກ​ກິ່ງ​ໄດ້​ດຳ​ເນີນ​ຢ່າງ​ສະດວກ, ທັງ​ໝົດ 37 ​ແຫ່ງ ​ໄດ້​ສ້າງ​ສຳ​ເລັດ 36 ​ແຫ່ງ​ແລ້ວ, ສິ່ງ​ກໍ່ສ້າງ​ທີ່​ກ່ຽວຂ້ອງ​​ເຊັ່ນ​ບ້ານ​ໂອ​ລິ​ມປິກ ​ແລະ​ບ້ານນັກ​ຂ່າວ​ເປັນຕົ້ນກໍ່​ຈະສ້າງ​ສຳ​ເລັດ​ໝົດ​ໃນ 6 ​ເດືອນ​ຕົ້ນປີ​ນີ້.

ທ່ານ​ກ່າວວ່າ, ປັດຈຸບັນ, ປັກ​ກິ່ງ​ພວມ​ເລັ່ງລັດ​ເຮັດ​ວຽກ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແລະ​ການ​ຄົມມະນາຄົມ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ໃຫ້​ດີ, ​ເພື່ອ​ເລື່ອງ​ນີ້, ປັກ​ກິ່ງ​ໄດ້​ສ້າງ​ໜ່ວຍ​ປະສານ​ວຽກ​ງານ​ກ່ຽວ​ກັບ​ການ​ຮັບປະກັນ​ຄຸນ​ນະພາ​ບຂອງ​ອາກາດ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ​ໄດ້​ວາງ​ແຜນການ​ປະກັນ​ຄຸນ​ນະພາ​ບອາກາດ​​ໃນ​ຍາມ​ໄຂ​ງານ​ກິລາ​ໂອ​ລິ​ມປິກ. ວຽກ​ງານປັບປຸງ​ການຄົມມະນາຄົມ​ທີ່ແອ​ອັດ​ກໍ່​ພວມ​ດຳ​ເນີນ​ໄປ​ຢ່າງຂຸ້ນຂ້ຽວ.