ຈີນຫວັງໃຫ້ພິທີເປີດງານກິລາໂອລິມປິກປັກກິ່ງສ້າງຄວາມຕື່ນຕາຕື່ນໃຈໃຫ້ໂລກ
cri
Author: MO
ຕາມຂ່າວCRI: ວັນທີ 12 ມີນານີ້ຢູ່ທີ່ປັກກິ່ງ, ທ່ານຈ່າງອີ້ເມົາ ຜູ້ກຳກັບການສະແດງໃຫຍ່ຂອງພິທີເປີດງານກິລາໂອລິມປິກປັກກິ່ງກ່າວວ່າ, ການສະແດງໃນພິທີເປີດງານກິລາໂອລິມປິກປັກກິ່ງຈະໂລດໂຜນຫຼາຍ, ຫວັງໃຫ້ສ້າງຄວາມຕື່ນຕາຕື່ນໃຈໃຫ້ແກ່ໂລກ, ຫວັງໃຫ້ຊາວຈີນໝົດທຸກຄົນພໍໃຈນຳ.
ທ່ານຈ່າງອີ້ເມົາແມ່ນຜູ້ກຳກັບການສະແດງຮູບເງົາທີ່ມີຊື່ສຽງຂອງຈີນ. ໃນກອງປະຊຸມຂ່າວຂອງກອງປະຊຸມເທື່ອທີໜຶ່ງຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ, ທ່ານກ່າວວ່າ, ປັດຈຸບັນ, ການສະແດງຂອງພິທີເປີດງານກິລາໂອລິມປິກປັກກິ່ງໄດ້ຝຶກແອບຢ່າງຮອບດ້ານແລ້ວ, ຜູ້ເຂົ້າຮ່ວມການສະແດງມີໝື່ນກວ່າຄົນ.
|
|