ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-13 15:33:41    
ໃນ​ໄລຍະ​ງານ​ກິລາ​ໂອ​ລິມ​ປິກ ປັກ​ກິ່ງ​ຈະ​ສ້າງ​ຕັ້ງ​ອົງ​ການ​ບັນ​ຊາ​ການ​ໝູນ​ເດີນ​ຂອງ​ຕົວ​ເມືອງ

cri Author: d
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ12ມີນາ​ນີ້ ຢູ່​ປັກ​ກິ່ງ ທ່ານ​ຈີ​ລິນ ຮອງ​ເຈົ້າຄອງ​ກຳ​ແພງ​ນະຄອນ​ປັກ​ກິ່ງ​ກ່າວ​ວ່າ,ປັກ​ກິ່ງ​ຈະ​ສ້າງຕັ້ງອົງການ​ບັນຊາ​ການ​ໝູນ​ເດີນ​ຂອງ​ຕົວ​ເມືອງ,​ເພື່ອຮັບຜິດຊອບ​ການ​ຮັບປະກັນ​​ໃຫ້ບົດບາດຕົວເມືອງຂອງປັກ​ກິ່ງ​ໝູນ​ເດີນຢ່າງເປັນປົກກະຕິ​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ.

ທ່ານ​ຈີ​ລິນ​ກ່າວວ່າ,ອົງການນີ້ແມ່ນເຈົ້າຄອງນະຄອນປັກກິ່ງເປັນຜູ່ບັນຊາ​ການ​ໃຫຍ່,ປະກອບ​ດ້ວຍ2ສູນ,ຄື​ສູນ​ບັນຊາ​ກາ​ນທີ່​ຮັບຜິດຊອບ​ການ​ບັນຊາ ສັບ​ຊ້ອນ​​ແລະ​ປະສານວຽກ​ງານ​ລະອຽດ​,​ແລະ​ສູນຕິດຕາມ​ກວດກາ​ທີ່​ຮັບຜິດຊອບ​ການ​ຕິດຕາມ​ກວດກາ​ສະພາບ​ພື້ນຖານ​ຂອງ​ການ​ໝູນ​ເດີນ​ຂອງ​ຕົວ​ເມືອງ.

ທ່ານ​ຈີ​ລິນ​ກ່າວ​ວ່າ,ພະ​ແນ​ກ​ຕ່າງໆ​ຂອງ​ອົງການ​ປົກຄອງ​ນະຄອນ​ປັກ​ກິ່ງ​ກໍ່​ຈະຈັດຕັ້ງໜ່ວຍ​ບັນຊາ​ການວິຊາສະເພາະຕາມ​ໜ້າ​ທີ່​ຂອງ​ຕົນ​,ອົງການປົກຄອງ​ເຂດ​ແລະ​ເມືອງ​ຕ່າງໆຂອງ​ນະຄອນຫຼວງ​ປັກ​ກິ່ງ​ກໍ່​ຈະ​ຈັດຕັ້ງໜ່ວຍ​ບັນຊາ​ການ​ທ້ອງ​ຖິ່ນ,​ເພື່ອ​ຮັບຜິດຊອບ​ວຽກ​ງານ​ຂະ​ແໜງ​ການ​ແລະການ​ໝູນ​ເດີນ​ຂອງທ້ອງ​ຖິ່ນ.