ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-13 15:38:24    
ຈີນ​ເລັ່ງລັດ​ສ້າງສາ​ລະບົບ​ວັດ​ທະ​ນະ​ທຳ​ມະຫາ​ຊົນ

cri
ຕາມ​ຂ່າວCRI, ວັນ​ທີ13ມີນາ​ນີ້​ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​​ໂຈ່​ວ​ເຮີ​ພິງ ລັດຖະ​ມົນຕີ​ຊ່ວຍ​ວ່າ​ການ​ກະຊວງ​ວັດທະ​ນະທຳ​ຈີນ​ກ່າວ​ວ່າ, ​ໃນຫຼາຍ​ປີ​ມາ​ນີ້, ຈີນ​ໄດ້​ເລັ່ງລັດ​ສ້າງ​ສາ​ລະບົບ​ວັດທະ​ນະທຳ​ມະຫາ​ຊົນ​ຢ່າງ​ຕໍ່​ເນື່ອງ, ​ແລະ​ໄດ້​ຮັບ​ປະສິດທິ​ຜົນ​ອັນ​ພົ້ນ​ເດັ່ນ.

ໃນ​ເວລາ​ໃຫ້​ສຳພາດ​​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ, ທ່ານ​ໂຈ່​ວ​ເຮີ​ພີງກ່າວ​ວ່າ, ​ໃນຫຼາຍ​ປີ​ມາ​ນີ້, ຈີນ​ໄດ້​ສ້າງ​ສິ່ງ​ກໍ່ສ້າງ​ດ້ານ​ວັດທະ​ນະທຳຈຳ​ນວນ​ຫຼວງ​ຫຼາຍ, ​ເຊັ່ນ ຫໍສະ​ໝຸດ ຫໍ​ວັດ​ທະ​ນະ​ທຳ​ແລະ​ຫໍພິ​ພິທະ​ພັນ​ເປັນ​ຕົ້ນ; ງົບປະ​ມານທີ່​ໃຊ້​ເຂົ້າ​ໃນ​ວຽກ​ງານ​ວັດທະ​ນະທຳ​ຫຼາຍ​ຂຶ້ນຄູ່​ປີ, ​ນັບ​ແຕ່​ປີ2001ຮອດ​ປີ2006, ​ແຕ່ລະ​ປີ​ຍອດ​ມູນ​ຄ່າ​ງົບປະມານ​ທີ່​ໃຊ້​ໃນວຽກ​ງານ​ວັດທະ​ນະທຳ​ທົ່ວ​ປະ​ເທດ​ລ້ວນ​ແຕ່​​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ10%.

ທ່ານ​ໂຈ່​ວ​ເຮີ​ພິງ​ກ່າວ​ວ່າ, ນອກ​ນີ້, ຈີນ​ຍັງ​ໄດ້​ປະຕິບັດ​ໂຄງ​ການ​ຮ່ວມ​ກັນຊົມ​ໃຊ້​ຊັບພະ​ຍາກອນ​ຂໍ້​ມູນ​ຂ່າວສານ​ວັດທະ​ນະທຳ, ​ເອົາ​ຊັບພະ​ຍາກອນ​ວັດທະ​ນະ​ທຳ​ທີ່​ດີ​​ເລີດມາ​ປັບປຸງ​ແລ້ວ​ສະ​ໜອງ​ການ​ບໍລິ​ການ​ໂດຍ​ຜ່ານ​ອິນ​ເຕີ​ເນັດ ດາວ​ທຽມ​ແລະ​ໂທລະ​ພາບ​ດີ​ຈີ​ຕອນ.