ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-13 17:46:52    
ຈີນ​ຈະ​ໃຊ້​ມາດ​ຕະ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ອາ​ຫານ​ງານ​ກິ​ລາ​ໂອ​ລິມ​ປິກ

cri

ຕາມ​ຂ່າວCRI:ວັນ​ທີ13​ມີນາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານຫຼີຊາງ​ຈ່ຽງ ຫົວໜ້າ​ກົມໃຫຍ່​ກວດກາ​ຄຸນ​ນະພາ​ບກວດກາ​ພະຍາດ​ແຫ່ງ​ຊາດ​ຈີນກ່າວ​ວ່າ, ຈີນ​ຈະ​ໃຊ້​ມາດ​ຕະການ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງອາຫານ​​ງານ​ກິລາ​ໂອ​ລິ​ມປິກ.

ໃນ​ເວລາ​ໃຫ້​ສຳພາດ​ເປັນ​ໝູ່​ຄະນະຕໍ່​ນັກ​ຂ່າວ​ຈີນ ​ແລະ ຕ່າ​ງປະ​ເທດ, ທ່ານຫຼີຊາງ​ຈ່ຽງກ່າວ​ວ່າ,ຈີນ​ຈະ​ຈັດ​ຕັ້ງການ​ຜະລິດ​ອາຫານ​ທີ່​ຈະ​ສະໜອງ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ນັ້ນຕາມ​ມາດຖານ​ສູງ​ສຸດ​ຂອງສາກົນ, ​ແລະ ຈະ​ໃຊ້ມາດຖານ​ອະນຸມັດ​ເຂົ້າ​ຕະຫຼາດອັນ​​ເຄັ່ງ​ຄັດ​ຕໍ່​ວິ​ສາ​ຫະກິດທີ່​ສະໜອງ​ອາຫານ. ພາກສ່ວນ​ທີ່​ກ່ຽວຂ້ອງ​ຍັງ​ຈະ​​ແຕ່ງຜູ່​ຊ່ຽວຊານ​​ໄປຕິດ​ຕາມ​ກວດກາ​ວິ​ສາ​ຫະກິດ​ທີ່​ ​ສະໜອງ​ອາຫານ​ໃຫ້ງານ​ກິລາ​ໂອ​ລິ​ມປິກ. ນອກ​ນີ້,ຈີນ​ຍັ​ງຈະປະຕິບັດ​ການ​ຕິດຕາມ​ຄວບ​ຄຸມ​ແບບGPSຕໍ່​ການ​ຂົນ​ສົ່ງ ​ແລະ ການ​ສະ​ສົມ​ຂອງ​ອາຫານ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ອາຫານ​ໃນຂອດຕ່າງໆ.

ທ່ານ​ຫຼີຊາງ​ຈ່ຽງກ່າວ​ວ່າ,ຈີນ​ຍັງ​ຈະ​ເພິ່ມທະວີ​ການ​ຮ່ວມ​ມື​ສາກົນ​ໃນ​ດ້ານ​ການສະໜອງ​ອາ​ຫາ​ນງານ​ກິລາ​ໂອ​ລິ​ມປິກ,​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກັບປ​ະ​ເທດ​ທີ່​ເຄີຍ​ຈັດ​ງານ​ກິລາ​ໂອ​ລິ​ມ​ປິກ,ຖອດ​ຖອນບົດຮຽນ​ທີ່​ດີ​ຂອງ​ປະ​ເທດ​ເຫຼົ່າ​ນີ້.