ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-13 17:48:14    
ຄຸນ​ນະພາບ​ຂອງ​ຜະ​ລິດ​ຕະ​ພັນ​ແລະ​ຄວາມ​ປອດ​ໄພ​ຂອງ​ອາ​ຫານ​ຈີນ​ດີ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 13 ມີນາ​ນີ້, ຢູ່ທີ່​ປັກ​ກິ່ງ, ທ່ານ​ລີ​ສາງ​ຈ່ຽງ ຫົວໜ້າ​ກົມ​ໃຫຍ່ຕິດຕາມ​ກວດກາ​ຄຸນ​ນະພາ​ບ​ແລະກວດກາພະຍາດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ​​ເມື່ອ​ໄດ້​ປັບປຸງ​ເລື້ອຍໆ​ແລ້ວ, ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ແລະ​ຄວາມ​ປອດ​ໄພ​ຂອງ​ອາຫານ​ຈີນ​ໄດ້​ດີ​ຂຶ້ນ​ຢ່າງຫຼວງຫຼາຍ.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ, ທ່ານ​ລີ​ສາງ​ຈ່ຽງກ່າວ​ວ່າ, ລັດຖະບານ​ທຸກຂັ້ນຂອງ​ຈີນ​ໄດ້​​ໃຫ້​ຄວາມ​ສຳຄັນຫຼາຍຕໍ່​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ແລະ​ຄວາມ​ປອດ​ໄພ​ຂອງ​ອາຫານ, ​ໄດ້​ຖື​ການ"ເອົາຊະນະດ້ວຍຄຸນ​ນະພາບ" ​ເປັນ​ໜ້າ​ທີ່​ສຳຄັນ​ອັນ​ໜຶ່ງ​ໃນ​ການ​ພັດທະນາ​ເສດຖະກິດ​ໃຫ້​ທັງ​ດີ​ທັງ​ໄວ, ປີ​ກາຍ​ນີ້, ຈີນ​ໄດ້​ດຳ​ເນີນ​ການ​ປັບປຸງ​ສະ​ເພາະ​ກ່ຽວ​ກັບ​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ແລະ​ຄວາມ​ປອດ​ໄພ​ຂອງ​ອາຫານ​ເປັນເວລາ 4 ເດືອນ. ເມື່ອຜ່ານ​ການປັບປຸງ, ອາຫານ​ຕ່າງໆ​​ເຊັ່ນ​ເຂົ້າ ໝີ່ ​ແລະ​ນ້ຳມັນ​ເປັນ​ຕົ້ນທີ່​ປະຊາຊົນ​ຕ້ອງການ​ໃຊ້​​ໃນຊີວິດ​ປະຈຳ​ວັນນັ້ນ ​ໄດ້​ມາດຕະຖານ 98,3%, ​ເຄື່ອງ​ບໍລິ​ໂພ​ກ 11 ຢ່າງ ທີ່​ກ່ຽວພັນ​ເຖິງ​ສຸຂະພາບ​ຂອງ​ມວນ​ຊົນ​ໄດ້​ມາດຕະຖານ​ເຖິງ 96,5%.

ໂດຍ​ແນ​ໃສ່​ເຫດການ​ຜູ້​ບໍລິ​ໂພ​ກຍີ່​ປຸ່ນກິນ​ກ້ຽວ​ທີ່​ຈີນ​ຜະລິດ​ແລ້ວ​ຖືກ​ເບື່ອ​ນັ້ນ, ທ່ານ​ກ່າວ​ວ່າ, ຈີນ​ຍີ່​ປຸ່ນຕ້ອງການ​ສ້າງ​ກົນ​ໄກ​ຮ່ວມ​ມື​ຍາວ​ນານ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງອາຫານ, ນີ້​ຈະ​ມີ​ບົດບາດ​ຕັ້ງໜ້າ​ທີ່​ສຸດ​ໃນ​ການ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ການ​ຄ້າ​ອາຫານ.