ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-14 10:39:19    
ປະທານ​ປະ​ເທດ​ຈີນ​​ໂທ​ລະ​ສັບ​ລົມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ

cri Author: MO
ຕາມ​ຂ່າວ​CRI:ວັນ​ທີ 13 ມີນາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຫູ​ຈິນທ່າວ ປະ​ທານ​ປະ​ເທດ​ຈີນ​ໄດ້​ໂທລະ​ສັບລົມ​ກັບ​ທ່ານ​ວຼາດີ​ເມຍ ປູ​ຕີນ ປະທານາທິບໍດີຣັດ​ເຊຍ​.

ທ່ານ​ຫູ​ຈິນທ່າວ​ກ່າວ​ວ່າ, ນັບ​ແຕ່ທ່ານ​ປະທານາ​ທິບໍດີ​ປູ​ຕີນ​ຂຶ້ນ​ກຳ​ອຳນາດ​ມານີ້, ການ​ພົວພັນ​ຈີນຣັດ​ເຊຍ​ໄດ້​ຂະຫຍາຍຕົວ​ຢ່າງ​ປອດ​ໄສ​ແລະ​ລົງ​ເລິກ. ສອງ​ຝ່າຍ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ທີ່​ມີ​ໄມຕີ​ຈິດ​ຖານ​ເພື່ອນ​ບ້ານ​​​ໃກ້​ຄຽງ​ທີ່​ດີ​ຕໍ່​ກັນ​ຈີນ​ຣັດ​ເຊຍ, ​ໄດ້​ແກ້​ໄຂ​ບັນຫາ​ຊາຍ​ແດນ​ທີ່​ຕົກ​ທອດ​ມາ​ແຕ່​ປະຫວັດສາດນັ້ນຢ່າງ​ເຖິງ​ຖອງ, ​ໄດ້​ຈັດກິດຈະກຳ​"ປີ​ມິດຕະພາບ"ຢ່າງ​ສຳ​ເລັດ​ຜົນ, ​ໄດ້​ພ້ອມ​ກັນ​​ເຜີຍ​ແຜ່​ຖະ​ແຫຼງການ​ຮ່ວມ​ກ່ຽວ​ກັບ​ລະບຽບ​ສາກົນ​ສະຕະວັດ​ທີ 21, ​ເຊື່ອ​ວ່າ, ພາຍ​ໃຕ້​ສອງ​ຝ່າຍ​ພ້ອມ​ກັນ​ທຳ​ຄວາມ​ພະຍາຍາມ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຈີນຣັດ​ເຊຍ​ຍ່ອມ​ຈະ​ກ້າວ​ຂຶ້ນ​ຂັ້ນ​ໃດ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ປູ​ຕີນ​ກ່າວ​ວ່າ, ​ລັດ​ເຊຍ​​ໃຫ້​ຄວາມ​ສຳຄັນຫຼາຍຕໍ່​ການ​ພົວພັນຣັດ​ເຊຍ​ຈີນ. ພາຍ​ໃຕ້​ຂອບ"ປີ​ມິດຕະພາບ", ສອງ​ຝ່າຍ​ໄດ້​ຈັດກິດຈະກຳ 600 ກວ່າ​ເທື່ອ, ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແລະ​ມີການ​ຮ່ວມ​ມື​​ເປັນ​ຢ່າງ​ດີ​ໃນ​ວຽກ​ງານ​ສາກົນ. ຣັດ​ເຊຍ​ຫວັງ​ໃຫ້​ຜູ້ນຳ​ສອງ​ປະ​ເທດ​ສືບ​ຕໍ່​ຮັກສາ​ການ​ໄປມາຫາ​ສູ່​ກັນ​ຢ່າງ​ສະໜິດ​ແໜ້ນ, ພ້ອມ​ກັນ​ຊຸກ​ຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຣັດ​ເຊຍ​ຈີນ​​ໃຫ້ຂະຫຍາຍ​ໄປ​ໜ້າ​ເລື້ອຍໆ.