|
![](/images/spacer.gif) |
(GMT+08:00)
2008-03-14 18:01:54
|
ໃນສອງປີຜ່ານມານີ້ ຈີນໄດ້ປິດບໍ່ຖ່ານຫີນ11000ກວ່າແຫ່ງ
cri
Author: d
ຕາມຂ່າວCRI: ວັນທີ14ມີນານີ້ ຢູ່ປັກກິ່ງ ທ່ານເຈຍສີໄຫ ຫົວໜ້າກົມພັດທະນາຄຸ້ມຄອງບໍ່ແຮ່ຂອງກະຊວງທີ່ດິນແຫ່ງຊາດແລະຊັບພະຍາກອນຂອງຈີນກ່າວວ່າ, ໃນສອງປີຜ່ານມານີ້ ຈີນໄດ້ປິດບໍ່ຖ່ານຫີນ11000ກວ່າແຫ່ງ.
ໃນເວລາໃຫ້ສຳພາດຕໍ່ນັກຂ່າວຈີນແລະຕ່າງປະເທດ ທ່ານເຈຍສີໄຫກ່າວວ່າ,ບໍ່ຖ່ານທີ່ຖືກປິດໃນສອງປີຜ່ານມານີ້ ຕົ້ນຕໍແມ່ນບໍ່ຖ່ານຫີນຂະໜາດນ້ອຍ. ໃນເລີ່ມຕົ້ນແມ່ນປິດບໍ່ຖ່ານຫີນຂະໜາດນ້ອຍທີ່ຜິດກົດໝາຍແລະບໍ່ມີເງື່ອນໄຂທີ່ຜະລິດຢ່າງບໍ່ປອດໄພ,ມາຮອດປັດຈະບຸນແມ່ນປິດບໍ່ຖ່ານຫີນຂະໜາດນ້ອຍທີ່ທຳລາຍສິ່ງແວດລ້ອມຊັບພະຍາກອນແລະບໍ່ສອດຄ່ອງກັບນະໂຍບາຍອຸດສາຫະກຳຂອງລັດ.
ທ່ານເຈຍສີໄຫກ່າວວ່າ,ປະຈຸບັນ ຢູ່ຈີນຍັງມີບໍ່ຖ່ານ 15000 ກວ່າແຫ່ງ,ຄວາມສາມາດການຜະລິດສາມາດຕອບສະໜອງຄວາມຕ້ອງການຜະລິດຕະພັນຖ່ານຫີນພາຍໃນປະເທດ.
|
|
|