|
 |
(GMT+08:00)
2008-03-14 19:47:43
|
 |
ຈີນຊົມເຊີຍເງິນທຶນແລະທະນາຄານຕ່າງປະເທດເຂົ້າສູ່ການສ້າງລະບົບການເງິນຂອງຊົນນະບົດຈີນ
cri

ຕາມຂ່າວCRI:ວັນທີ 14 ມີນານີ້,ຢູ່ທີ່ນະຄອນຫຼວງປັກກິ່ງ,ທ່ານວາງຈ້າວຊິ່ງ ຮອງຫົວຫນ້າຄະນະກຳມະການຕິດຕາມຄຸ້ມຄອງຂະແຫນງການທະນາຄານຈີນໄດ້ກ່າວວ່າ,ຈີນຊົມເຊີຍເງິນທຶນແລະທະນາຄານຕ່າງປະເທດເຂົ້າສູ່ການສ້າງລະບົບການເງິນຂອງຊົນນະບົດຈີນ

ໃນເວລາໃຫ້ສຳພາດຂ່າວຕໍ່ນັກຂ່າວຈີນແລະຕ່າງປະເທດ,ທ່ານວາງຈ້າວຊິ່ງ ກ່າວວ່າ,ຄະນະກຳມະການຕິດຕາມຄຸ້ມຄອງຂະແຫນງການທະນາຄານຈີນ ໄດ້ດຳເນີນການປະຕິຮູບ ຊອກຄົ້ນແລະປະດິດສ້າງໃຫມ່ຢ່າງຫຼວງຫຼາຍໃນດ້ານການພະຍາຍາມປັບປຸງການບໍລິການຂອງທະນາຄານຊົນນະບົດໃຫ້ດີຂຶ້ນ,ຄືມີການຜ່ອນຍານການອະນຸມັດເຂົ້າຕະຫຼາດແລະສະຫນັບສະຫນູນເງິນທຶນປະເພດຕ່າງ ປະເທດໄປຕັ້ງອົງການຈັດຕັ້ງທະນາຄານຢູ່ຊົນນະບົດເປັນຕົ້ນ,ປະຈຸບັນ,ທະນາ ຄານຮຸ້ຍເຟິ່ງຫຼືHSBCໄດ້ຕັ້ງທະນາຄານຊົນນະບົດຂອງທຶນຕ່າງປະເທດແຫ່ງທຳອິດຂອງຈີນຢູ່ແຂວງຫູເຢ.ຈີນຈະຊົມເຊີຍທະນາຄານທຶນຕ່າງປະເທດກາຍເປັນພາກສ່ວນປະກອບທີ່ສຳຄັນໃນລະບົບການບໍລິການການເງິນຂອງຊົນນະບົດຈີນດ້ວຍທ່າທີທີ່ເປີດປະຕູ.
|
|
|