ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-14 20:08:51    
ກອງ​ປະຊຸມ​ເທື່ອ​ທີ​1ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ11​ໄດ້​ຮັບ​ຍັດ​ຕິ​ຈາກ​ຜູ່​ແທນ 462 ສະ​ບັບ

cri Author: d
ຕາມ​ຂ່າວສານ​ຊິນ​ຮວາ: ນັກ​ຂ່າວ​ໄດ້​ຂ່າວ​ຈາກຝ່າຍ​ທີ່​ກ່ຽວຂ້ອງຂອງ​ກອງ​ປະຊຸມ​ເທື່ອ​ທີ1ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ11ວ່າ,ນັບຮອດ​ເວລາປິດ​ຮັບຍັດຕິ​ຂອງ​ກອງ​ປະຊຸມ,ຜູ່​ແທນທັງຫຼາຍ​ໄດ້​ສະ​ເໜີ​ຍັດຕິ462ສະບັບ​ຕໍ່​ກອງ​ປະຊຸມ.

ຕາມ​ການ​ແນະນຳ​ວ່າ,ຍັດຕິ​ເຫຼົ່າ​ນີ້ ຕົ້ນຕໍ​ແມ່ນ​ກ່ຽວ​ພັນ​ເຖິງ​ຂົງ​ເຂດ​​ເສດຖະກິດ​ ການ​ເມືອງ ວັດທະນະທຳ​ແລະ​ຊີວິດ​ສັງຄົມ​, ​ໂດຍ​ສະ​ເພາະ​ແມ່ນຍັດຕິ​ກ່ຽວ​ກັບ​ການ​ສ້າງ​ກົດໝາຍ​ໃນ​ຂົງ​ເຂດສັງຄົມ​ທີ່ຖື​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເປັນ​ຈຸດ​ໜັກ ​ ປ່ຽນ​ແປງ​ພາລະ​ບົດບາດ​ຂອງ​ລັດຖະບານ​ຕື່ມ​ອີກ ​ແລະລົງ​ເລິກ​ປະຕິ​ຮູບ​ໂຄງ​ປະກອບຄຸ້ມ​ຄອງ​ບໍລິຫານ​ໄດ້​ກວມ​ສ່ວນ​ຫຼາຍ.

​ກອງເລຂາຂອງ​ກອງ​ປະຊຸມ​ໃຫຍ່​ສະ​ເໜີ​​ໃຫ້ສົ່ງ​ຍັດຕິ​ຂອງ​ຜູ່​ແທນ​​ໃຫ້​ຄະນະ​ກຳມາ​ທິການ​ທີ່​ກ່ຽວຂ້ອງ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດຄົ້ນຄວ້າ​ພິຈາລະນາ.