ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-14 21:06:00    
ອັດ​ຕາ​ໄດ້​ມາດ​ຕະ​ຖານ​ຂອງ​ອາ​ຫານ​ຈີນ​ທີ່​ສົ່ງ​ອອກ​ສູງ​ເຖິງ​99%

cri
ຕາມ​ຂ່າ​ວສານ​ຈີນ:ວັນ​ທີ 14 ມີນາ​ນີ້,​ເຈົ້າ​ຫນ້າ​ທີ່​ຈີນ​ກ່າວຢ້ຳວ່າ,ຈີນ​ໄດ້​ສ້າງຕັ້ງ​ລະບົບກວດກາຄຸນ​ນະພາ​ບແລະສືບ​ສວນ​ຫາຄວາມ​ຮັບ ຜິດຊອບ​ຂອງຄຸນ​ນະພາ​ບ ຜະລິດ​ຕະພັນ​ແລະ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ແລ້ວ,ອັດຕາ​ໄດ້​ມາດຕະຖານ​ຂອງ​ອາຫານ​ຈີນ​ທີ່​ສົ່ງ​ອອກ​ສູງ​ເຖິງ 99% ຂຶ້ນ​ໄປ​ຕະຫຼອດ​ມາ,​ເວົ້າລວມ​ແລ້ວ, ອາ ຫານ​ຈີນ​ມີ​ຄວາມ​ປອດ​ໄພ.

ວັນ​ທີ 14 ມີນາ​ນີ້,​ໃນ​ເວທີ​ປາ​ໄສ​ຄວາມ​ປອດ​ໄພ​ຂອງອາຫານ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ,ທ່ານ​ພູ​ຊາງ​ເສີງ  ຮອງ​ຫົວຫນ້າ​ກົມ​ໃຫຍ່ຕິດ ຕາມ​ກວດກາ​ຄຸນ​ນະພາ​ບ​ແລະ​ກວດ​ກາ​ພະຍາດ​ແຫ່ງ​ຊາດ​ຈີນ​ໄດ້​ກ່າວ​ວ່າ,​ໃນ​ຫຼາຍ​ປີ​ມາ​ນີ້,ຈີນ​ໄດ້​ວາງມາດຕະຖານ​ດ້ານ​ອາຫານຂອງ​ລັດ​ 1800 ກວ່າລາຍ​ແລະ​ມາດຕະຖານ​ຂະ​ແຫນງ​ການ 2900 ກວ່າ​ລາຍ,ສ້າງ​ຕັ້ງ​ລະບົບ​ມາດຕະຖານ​ຄວາມ​ປອດ​ໄພ​ດ້ານ​ຄຸນ​ນະພາ​ບຂອງອາຫານ​ທີ່​ມີປະ​ເພດຂ້ອນ​ຂ້າງ​ຄົບຖ້ວນ  ​ໂຄງ​ສ້າງ​ສົມ​ເຫດ​ສົມ​ຜົນ ຄົບຖ້ວນ​ໃນ​ເບື້ອງ​ຕົ້ນ,ພ້ອມ​ກັນ​ນັ້ນ,ຍັງ​ໄດ້​​ຕັ້ງ​ລະບົບ​ຄວາມ​ສັດທາ​ຂອງ​ຄວາມ​ປອດ​ໄພ​ດ້ານ​ອາຫານ,​​ເພີ່ມ​ການຕິດຕາມ​ກວດກາ​ຂອງ​ລັດ​ໃຫ້​ຫຼາຍ​ຂຶ້ນ,ຄວາມ​ສາມາດ​ແລະ​ລະດັບ​​ໃນ​ການ ຕິດຕາມ​ກວດກາ​ດ້ານຄວາມ​ປອດ​ໄພ​ຂອບຕ່າງໆ​ເຊັ່ນ ການ​ຜະລິດ​ ປຸງ​ແຕ່ງ​ແລະ​ຂາຍຍ່ອຍຂອງ​ອາຫານ​ເປັນ​ຕົ້ນ​ໄດ້​ຍົກ​ສູງ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ.