ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-15 17:15:21    
ເຈົ້າ​ໜ້າ​ທີ່​ເຂດ​ຕິ​ເບດ​ຈີນ​ກ່າວ​ວ່າ​ມີ​ຫຼັກ​ຖານ​ອັນ​ພຽງ​ພໍ​ທີ່​ຢັ້ງ​ຢືນ​ວ່າ​ຄົນ​ສ່ວນ​ໜ້ອຍ​ທີ່​ສຸດ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທຳ​ລາຍ​ຢູ່​ລາ​ຊາ​ແມ່ນ​ກຸ່ມ​ດາ​ໄລ​ວາງ​ແຜນ​ຢ່າງ​ພຽນ​ໃຈ

cri

ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ14​ມີນາ​ນີ້,​ເຈົ້າ​ໜ້າ​ທີ່​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດຈີນ​ກ່າວ​ວ່າ,ມີ​ຫຼັກ​ຖານ​ອັນ​ພຽງ​ພໍ​ທີ່​ຢັ້ງ​ຢືນ​ວ່າ​ຄົນ​ສ່ວນ​ໜ້ອຍ​ທີ່​ສຸດ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທຳ​ລາຍ​ຢູ່​ນະ​ຄອນ​ລາ​ຊາ​ໃນ​ຫວ່າງ​ມໍ່ໆ​ນີ້​ແມ່ນ​ກຸ່ມ​ດາ​ໄລ​ວາງ​ແຜນ​ຢ່າງ​ມີ​ການ​ຈັດ​ຕັ້ງ​ມີ​ກົນ​ອຸ​ບາຍ​ແລະ​ພຽນ​ໃຈ,​ເຊິ່ງ​ໄດ້​ພາ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຂອງ​ເຂດ​ຕິ​ເບດ​ໂມ​ໂຫ​ທີ່​ສຸດ​ແລະ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ.

ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ,​ເຈົ້າ​ໜ້າ​ທີ່​ຜູ່​ນີ້​ກ່າ​ວວ່າ,​ຫວ່າງ​ມໍ່ໆ​ນີ້,​ຢູ່​ລາ​ຊາ,​ຄົນ​ສ່ວນ​ໜ້ອຍ​ທີ່​ສຸດ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທຳລາຍ​ຕ່າງໆ​ເຊັ່ນ​ທຸບ​ຕີ,​ທັບ​ມ້າງ,​ປຸ້ນ​ຈີ້​ແລະ​ຈູດ​ໄຟ​ເຜົາ,​ທຳ​ລາຍ​ຄວາມ​ເປັນ​ລະ​ບຽບ​ຂອງ​ສັງ​ຄົມ,​ສ້າງ​ຄວາມ​ອັນ​ຕະລາຍ​ຕໍ່​ຄວາມ​ປອດ​ໄພ​ດ້ານ​ຊັບ​ສິນ​ແລະ​ຊີ​ວິດ​ຂອງ​ປະ​ຊາ​ຊົນ.​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຕິ​ເບດ​ພວມ​ໃຊ້​ມາດ​ຕະ​ການ​ອັນ​ບັງ​ເກີດ​ຜົນ​ເພື່ອ​ແກ້​ໄຂ​ຕາມ​ກົດ​ໝາຍ.

ພ້ອມ​ກັນ​ນັ້ນ,ທ່ານ​ຍັງ​ກ່າວ​ວ່າ,​ຈີນ​ມີ​ຄວາມ​ສາມາດ​ຢ່າງ​ເຕັມ​ທີ່​ໃນ​ການ​ປົກ​ປັກ​ຮັກ​ສາ​ຄວາມ​ສະຫງົບ​ຂອງ​ສັງ​ຄົມ​ຕິ​ເບດ,​ປົກ​ປ້ອງ​ຄວາ​ມປອດ​ໄພ​ດ້ານ​ຊັບ​ສິນ​ແລະ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຂອງ​ຕິ​ເບດ.​ກົນ​ອຸ​ບາຍ​ຂອງ​ຄົນ​ສ່ວນ​ໜ້ອຍ​ທີ່​ສຸດ​ທີ່​ຢາກ​ທຳ​ລາຍ​ຄວາມ​ສະ​ຫງົບ​ກົມ​ກຽວ​ກັນ​ຂອງ​ເຂດ​ຕິ​ເບ​ດ​ແມ່ນ​ບໍ່​ຖືກ​ໃຈ​ຄົນ,​ຍ່ອມ​ຈະ​ປະ​ລາ​ໄຊ​ຢ່າງ​ແນ່​ນອນ.