ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-15 17:23:04    
ຈີນ​ເລືອກ​ຕັ້ງ​ຜູ່​ນຳ​ແຫ່ງ​ລັດ​ຊຸດ​ໃໝ່

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ15​ມີນາ​ນີ້,ຢູ່​ທີ່​ປັກ​ກິ່ງ,ຜູ່​ແທນ​ສະພາ​ແຫ່ງ​ຊາດ​ຈີນ​ເກືອບ​3000​ຄົນ​ໄດ້​ປ່ອນ​ບັດ​ໂດຍ​ບໍ່​ບົ່ງ​ຊື່,​ເລືອກ​ຕັ້ງ​ຜູ່​ນຳ​ແຫ່ງ​ລັດ​ຊຸດ​ໃໝ່.​ທ່ານ​ຫູ​ຈິນ​ທາວ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ແລະ​ປະ​ທານ​ຄະນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ອີກ​ວາ​ລະ​ໜຶ່ງ.

ການ​ເລືອກ​ຕັ້ງ​ແມ່ນ​ດຳ​ເນີນ​ຢູ່​ໃນ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ກອງ​ປະຊຸມ​ປະ​ຈຳ​ປີ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ15​ມີນາ​ນີ້.​ຢູ່​ທີ່​ປະ​ຊຸມ,​ທ່ານ​ອູ​ປາງ​ໂກວ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ​11,​ທ່ານ​ຊີ​ຈິ້ນ​ພິງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຮອງ​ປະ​ທານ​ປະ​ເທດ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ.

ມື້​ດຽວ​ກັນ,​ທີ່​ປະ​ຊຸມ​ຍັງ​ໄດ້​ອະນຸ​ມັດ​ແຜນການ​ປະຕິ​ຮູບ​ກົງ​ຈັກ​ລັດ​ຖະ​ບານ​ຈີນ.​ອີງ​ຕາມ​ແຜນ​ການ​ດັ່ງ​ກ່າວ,​ໃນ​ກົງ​ຈັກ​ເດີມ​ຂອງ​ລັດ​ຖະ​ບານ​ຈີນ​ມີ​15​ກົງ​ຈັກ​ຈະ​ຖືກ​ສັບ​ຊ້ອນ​ແລະ​ປ່ຽນ​ແປງ.ຈີນ​ຈະ​ສ້າງ​ຕັ້ງ​ກະ​ຊວງ​ໃໝ່​ຄື​ກະ​ຊວງ​ອຸດ​ສາ​ຫະ​ກຳ​ແລະ​ຂໍ້​ມູນ​ຂ່າວ​ສານ,​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ,ກະຊວງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ແລະ​ປະ​ກັນ​ສັງ​ຄົມ,​ກະ​ຊວງ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ ກະ​ຊວງ​ເຮືອນ​ຢູ່​ແລະ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ແລະ​ຕົວ​ເມືອງ.