ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-15 20:54:15    
ປະ​ຫວັດ​ຫຍໍ້​ຂອງ​ທ່ານ​ຫູ​ຈິນ​ທາວ ປະ​ທານ​ປະ​ເທດ ປະ​ທານ​ຄະນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ

cri

ຕາມ​ຂ່າວສານ​ຊິນ​ຮວາ, ທ່ານ​ຫູ​ຈິນທາວ ເຜົ່າ​ຮ້ານ,​ເກີດ​ປີ1942,​ເຂົ້າ​ເປັນ​ສະມາຊິກ​ພັກ​ກອມ​ມູນິດ​ຈີນ​ໃນ​ປີ1964,ປະຫວັດ​ການ​ສຶກສາ​ແມ່ນ​ປະລິ​ຍາ​ຕີ,ວິສະວະ​ກອນ.​ໃນ​ຊຸມ​ປີ1960,ທ່ານ​ຫູ​ຈິນທາວ​ຮຽນ​ຈົບ​ຈາກ​ຄະນະ​ວິ​ສະວະ​ກຳ​ຊົນ​ລະ​ປະທານ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຊິງ​ຮວາ,​ແລ້ວ​ໄປ​ເຮັດ​ວຽກ​ຢູ່​ກະຊວງ​ໄຟຟ້າ​ນ້ຳ​ຕົກ,​ຫຼັງ​ຈາກ​ນັ້ນ,​ທ່ານ​ເຄີຍ​ດຳລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ສະ​ຫະ​ພັນ​ຊາວ​ໜຸ່ມ​ທົ່ວ​ປະ​ເທດ,​ເລ​ຂາ​ທິ​ໜຶ່ງ​ຂອງ​ຄະ​ນະ​ເລຂາ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມ​ກອມ​ມູນິດ​ຈີນ,​ເລຂາ​ຄະນະ​ພັກ​ແຂວງ​ກຸ້ຍ​ໂຈ່​ວ,​ເລຂາ​ຄະ​ນະ​ພັກ​ເຂດ​ປົກ​ຄອງ​ຕົນ​ເອງ​ຕິ​ເບ​ດ​ແລະ​ອື່ນໆ.​ແຕ່​ປີ1992​ຮອດ​ປີ​2002,​ທ່ານ​ຫູ​ຈິນ​ທາວ​ເຄີຍ​ດຳ​ເລົງ​ຕຳ​ແໜ່​ງ​ເປັນ​ກຳ​ມະ​ການ​ປະ​ຈຳ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ,​ເລ​ຂາ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ,​ຮອງ​ປະ​ທານ​ປະ​ເທດ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ,​ຮອງ​ປະ​ທານ​ຄະນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​.​ເລີ່​ມ​ແຕ່​ປີ​2003​ເປັນ​ຕົ້ນ​ມາ,​ທ່ານ​ຫູ​ຈິນ​ທາວ​ດຳ​ລົງ​ຕຳ​ແໜ່​ງ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ,​ປະ​ທານ​ປະ​ເທດ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ.​ເລີ່​ມ​ແຕ່​ປີ​2005​ມາ​ຮອດ​ປັດ​ຈຸ​ບັນ,​ທ່ານ​ຫູ​ຈິນ​ທາວ​ດຳ​ລົງ​ຕຳ​ແໜ່​ງ​ເປັນ​ເລຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,​ປະ​ທານ​ປະ​ເທດ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ,​ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​.