ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-17 14:18:44    
ຈີນ​ໃຫ້​ຄວາມ​ສຳ​ຄັນ​ໃນ​ລະ​ດັບ​ສູງ​ຕໍ່​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ອາ​ຫານ​​ແລະ​ຢາ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ

cri
ຕາມ​ໜັງສື​ພິມ​​ເຢິນມິນ​ຢື້​ປ້າວຂອງ​ຈີນ: ວັນ​ທີ16​ມີນາ​ນີ້,ຢູ່​ທີ່​ປັກ​ກິ່ງ,ຜູ່​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ກົມ​ອາຫານ​ແລະ​ຢາ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,​ຈີນ​ໃຫ້​ຄວາມ​ສຳ​ຄັນ​ໃນ​ລະ​ດັບ​ສູງ​ຕໍ່​ການ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ອາຫານ​ແລະ​ຢາ​ໃນ​ງານ​ກິລາ​ໂອ​ລິ​ມປິກ.

ໃນ​ເວລາ​ຕ້ອນຮັບ​ການ​ເຂົ້າ​ສຳພາດ​ຮ່ວມ​ຂອງ​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ,​ທ່ານ​ຊຸ່ນ​ສຽນ​ເຈີ ຫົວໜ້າ​ກົມປະສານ​ງານ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ອາຫານ​ທີ່​ຂຶ້ນ​ກັບ​ກົມ​ອາ​ຫານ​ແລະ​ຢາ​ແຫ່ງ​ຊາດ​ຈີນ​ກ່າ​ວວ່າ,ຈີນ​ຈັດ​ຕັ້ງ​ການ​ຜະລິດ​ແລະ​ສະ​ໜອງ​ອາ​ຫານ​ໃຫ້​ແກ່​ງານ​ກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຕາມ​ມາດ​ຕະ​ຖານ​ສູງ​ສຸດ​ໃນ​ສາກົນ,​ໄດ້​ຕິດ​ຕາມ​ຄວບ​ຄຸມ​ໃນ​ທຸກ​ເວລາ​ຕໍ່​ສະ​ພາບ​ແວດ​ລ້ອມ​ການ​ຜະລິດ​ແລະ​ຄາດໝາຍ​ຄວາມ​ປອດ​ໄພ​ຂອງ​ວິ​ສາ​ຫະກິດ​ສະໜອງ​ອາຫານ​ງານ​ກິລາ​ໂອ​ລິ​ມປິກແລະ​ວິ​ສາ​ຫະກິດອຸປະຖຳ​,ພ້ອມ​ດ້ວຍ​ວິ​ສາ​ຫະກິດ​ຕ່າງ​ປະ​ເທດ​ເພື່ອ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ຢູ່​ໃນ​ບັນຊີ​ຄັດ​ເລືອກ​ຂອງ​ອົງການ​ຈັດ​ຕັ້ງ​ງານ​ກິລາ​ໂອລິມ​ປິກ​.ພ້ອມ​ກັນ​ນັ້ນ,​ຍັງ​ໄດ້​ສ້າງ​ລະ​ບົບ​ຕິດ​ຕາມ​ຄວບ​ຄຸມ​ແລະ​ກວດຄືນ​ຄວາມ​ປອດ​ໄພ​ຂອງ​ອາ​ຫານ​ງານ​ກິລາ​ໂອ​ລິ​ມປິກ,​ເສີມ​ສ້າງ​ກົນ​ໄກ​ຮັບ​ມື​ແລະ​ແກ້​ໄຂ​ເຫດ​ການ​ສຸກ​ເສີນ​ໂດຍ​ດ່ວນ,​ເກັບ​ກຳ​ແລະ​ເປີດ​ເຜີຍ​ຂໍ້​ມູນ​ຂ່າວ​ສານ​ແລະ​ການ​ປະ​ສານ​ງານ​ໃນ​ການ​ຕິດ​ຕາມ​ປົກ​ກະ​ຕິ.

ນອກ​ນີ້,​ກົມ​ອາ​ຫານ​ແລະ​ຢາ​ແຫ່ງ​ຊາດ​ຈີນ​ໄດ້​ສ້າງ​ຕັ້ງ​ໜ່ວຍ​ງານ​ຊີ້​ນຳ​ການ​ຄຸ້ມ​ຄອງ​ຢາ​ກະ​ຕຸ້ນ​ໂດຍ​ສະ​ເພາະ,​ໃຊ້​ມາດ​ຕະການ​ຕ່າງໆ​ເພື່ອ​ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ​ຢາ​ກະ​ຕຸ້ນ.