ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-17 14:25:43    
ກຸ່ມ​ດາ​ໄລ​ລາ​ມະ​ທຳ​ລາຍ​ຄວາມ​ສະ​ຫງົບ​ຂອງ​ສັງ​ຄົມ​ເຂດ​ຕິ​ເບດ​ຍ່ອມ​ຈະ​ປະ​ລາ​ໄຊ​ຢ່າງ​ແນ່​ນອນ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ16​ມີນາ​ນີ້,ຂ່າວສານ​ຊິນ​ຮວາ ​ເຊິ່ງ​ເປັນ​ຂ່າວສານ​ແຫ່ງ​ຊາດ​ຈີນ​ໄດ້​ພິມບົດ​ຄວາມ​ຂອງ​ນັກ​ຂ່າວທີ່​ພາ​ດຫົວ​ເລື່ອງ​ວ່າ" ກຸ່ມ​ດາ​ໄລ​ລາ​ມະ​ທຳ​ລາຍ​ຄວາມ​ສະ​ຫງົບ​ຂອງ​ສັງຄົມ​ເຂດ​ຕິ​ເບດ​ຍ່ອມ​ຈະ​ປະລາ​ໄຊ​ຢ່າງ​ແນ່​ນອນ".

ບົດ​ຄວາມ​ຂຽນ​ວ່າ:ຫວ່າງ​ມໍ່ໆ​ນີ້,ຢູ່​ນະຄອນລາຊາ​ເທດສະບານ​ເຂດ​ປົກ​ຄອງ​ຕົນ​ເອງ​ຕິ​ເບດ​ມີ​ຄົນ​ສ່ວນ​ໜ້ອຍ​ທີ່​ສຸດ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ກໍ່​ຈາລະ​ຈົນ​ເຊັ່ນ​ທຸບ​ຕີ,​ທັບ​ມ້າງ​ແລະ​ຈູດ​ໄຟ​ເຜົາ​ເປັນ​ຕົ້ນ,​ເຊິ່ງ​ໄດ້​ທຳລາຍ​ຄວາມສະຫງົບຂອງ​ສັງຄົມ,ທຳ​ລາຍ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ແລະ​ຊັບ​ສິນ​ຂອງ​ປະຊາຊົນ.ຕາມ​ສະຖິຕິ​ເບື້ອງ​ຕົ້ນ,ຢູ່​ນະຄອນ​ລາຊາ,​ຄົນ​ຮ້າຍ​ໄດ້​ຈູດ​ເຜົາ​ສິ່ງ​ກໍ່​ສ້າງ​22​ແຫ່ງ​ເຊິ່ງລວມທັງ​ໂຮງຮຽນ​ປະຖົມ​ແລະ​ມັດທະຍົມ3​ແຫ່ງ,ລົດ​ຕຳ​ຫຼວດ​ແລະ​ລົດ​ຂອງ​ປະ​ຊາ​ຊົນ​ຫຼາຍ​ສິບ​ຄັນຖືກ​ຈູດ​ເຜົາ​ທຳລາຍ,​ເຮັດ​ໃຫ້​ປະຊາຊົນ10​ຄົນ​ທີ່​ບໍ່​ມີ​ໂທດ​ຫຍັງ​ຖືກ​ຂ້າ​ແລະ​ຖືກ​ໄຟ​ເຜົາ​ແລ້ວ​ເສຍ​ຊີ​ວິດ.​ຕຳ​ຫຼວດ,ຕຳຫຼວດປະກອບ​ອາວຸດ12​ຄົນ​ບາດ​ເຈັບ​ໜັກ.​ໃນ​ນັ້ນ,​ມີ​2​ຄົນ​ບາດ​ເຈັບ​ສາ​ຫັດ​ໜັກ.​ພະ​ແນ​ກ​ທີ່​ກ່ຽວ​ຂ້ອງ​ຂອງ​ເຂດ​ປົກ​ຄອງ​ຕົນ​ເອງ​ຕິ​ເບດ​ໄດ້​ໃຊ້​ມາດ​ຕະ​ການ​ອັນ​ບັງ​ເກີດ​ຜົນ​ແກ້​ໄຂ​ຢ່າງ​ເໝາະ​ສົມ​ຕາມ​ກົດ​ໝາຍ.​ປັດ​ຈຸ​ບັນ,​ສະ​ຖາ​ນະ​ການ​ໄດ້​ເຂົ້າ​ສູ່​ຄວາມ​ສະ​ຫງົບ​ໂດຍ​ພື້ນ​ຖານ.

ບົດ​ຄວາມ​ຂຽນ​ວ່າ,ມີ​ຫຼັກ​ຖານ​ອັນ​ພຽງພໍ​ທີ່​ຢັ້ງ​ຢືນ​ວ່າ,ການ​ເຄື່ອນ​ໄຫວ​ທຳລາຍ​ເທື່ອ​ນີ້​ແມ່ນ​ກຸ່ມ​ດາ​ໄລ​ລາ​ມະວາງ​ແຜນ​ແລະ​ບັນຊາ​ຢ່າງ​ມີ​ການຈັດ​ຕັ້ງ​ຄັກ​ແນ່.ບົດ​ຄວາມ​ຊີ້​ອອກ​ວ່າ,​ເຂດ​ຕິ​ເບ​ດ​ແມ່ນ​ພາ​ກສ່ວນ​ໜຶ່ງ​ທີ່​ຕັດ​ແຍກ​ອອກ​ຈາກ​ຈີນ​ບໍ່​ໄດ້,​ເຊິ່ງ​ເປັນ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກ​ກະພາບ​ຂອງ​ປະຊາ​ຄົມ​ໂລກ​ມາ​ດົນ​ແລ້ວ.ກຸ່ມ​ດາ​ໄລລາ​ມະ​ທຳ​ລາຍ​ຄວາມ​ສະ​ຫງົບ​ກົມ​ກຽວ​ກັນ​ຂອງ​ຕິ​ເບ​ດ​ແມ່ນ​ການ​ກະ​ທຳ​ທີ່​ແຕະ​ຕ້ອງ​ໃຈ​ຄົນ,​ຍ່ອມ​ຈະ​ປະລາ​ໄຊ​ຢ່າງ​ແນ່​ນອນ.