ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-17 15:44:53    
ເຮືອນຢູ່ຂອງ​ຈີນ​ຂຶ້ນ​ລາ​ຄາ​ຊ້າ​ລົງ​ສະ​ແດງ​ໃຫ້​ເຫັນ​ວ່າ ມາດ​ຕະການ​ສັບ​ຊ້ອນ​​ເລີ່​ມ​ໄດ້​ຮັບ​ຜົນ​ແລ້ວ

cri Author: d


ຕາມ​ຂ່າວCRI: ວັນ​ທີ17ມີນາ​ນີ້ ຢູ່​ປັກ​ກິ່ງ ທ່ານ​ຊີ​ຈີ້ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ເຮືອນຢູ່​ແລະ​ສ້າງສາ​ຕົວ​ເມືອງ​ແລະ​ຊົນນະບົດຂອງ​ຈີນ​ກ່າວ​ວ່າ, ການຂຶ້ນລາຄາຂອງເຮືອນຢູ່ຂອງຈີນ​ເລີ່​ມຊ້າລົງສະແດງໃຫ້ເຫັນວ່າ ມາດ​ຕະການ​ສັບ​ຊ້ອນ​​ເລີ່​ມ​ໄດ້​ຮັບ​ຜົນ​ແລ້ວ.


​ໃນ​ເວລາ​ໃຫ້​ສຳພາດຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ ທ່ານ​ຊີ​ຈີ້​ກ່າວ​ວ່າ,​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້ ລາຄາ​ເຮືອນ​ຢູ່​ຂອງ​ຈີນ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ,ຊຶ່ງ​ໄດ້​ນຳ​ເອົາ​ຫຼາຍ​ບັນຫາ. ນັບ​ແຕ່​​​ໄຕ​ມາດ​ທີ4​ປີ​ກາຍ​ມາ​ນີ້,​ການ​ຂຶ້ນ​ລາຄາ​ເຮືອນ​ຢູ່​ຂອງ​ຈີນ​ເລີ່​ມຊ້າ​ລົງ,​ໃນບາງ​ຕົວ​ເມືອງທີ່​ເຮືອນ​ຢູ່​ຂຶ້ນ​ລາຄາ​ອ່າວ​ໄວ​ນັ້ນກໍ່​ເລີ່​ມຫຼຸດ​ຕ່ຳ​ລົງ,ນີ້​​ແມ່ນສິ່ງ​ທີ່​ດີ,ສະ​ແດງ​ໃຫ້​​ເຫັນ​ວ່າ ມາດ​ຕະການ​ສັບ​ຊ້ອນ​ຕະຫຼາດ​ເຮືອນ​ຢູ່​ແລະ​ທີ່​ດິນຂອງຈີນ​​ເລີ່​ມ​ໄດ້ຮັບ​ຜົນ,​ເຮັດ​ໃຫ້​ຄວາມ​ຕ້ອງການ​ເຮືອນ​ຢູ່​ທີ່​ສົມ​ເຫດ​ສົມ​ຜົນນັ້ນ​ໄດ້​ຮັບ​ການ​ຮັບປະກັນ.


ທ່ານກ່າວ​ວ່າ,ຄວາມ​ກົດ​ດັນ​ຍ້ອນ​ເຮືອນ​ຢູ່​ຂອງ​ຈີນ​ຂຶ້ນ​ລາຄາ​ນັ້ນ ຈະ​ມີ​ຢູ່​ໃນ​ໄລຍະ​ຍາວ​ສົມຄວນ,ການ​ເພີ່ມ​ທະວີ​ການ​ຕິດຕາມ​ຄວບ​ຄຸມລາຄາ​ເຮືອນ​ຢູ່ ຍັງ​ຄົງ​ແມ່ນ​ໜ້າ​ທີ່​ສຳຄັນ​ຂອງ​ລັດຖະບານ.