ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-17 17:18:42    
ຮົງ​ກົງ​ຕິດ​ຕາມ​ຄຸ້ມ​ຄອງ​ຜູ່​ເປັນ​ພະ​ຍາດ​ໄຂ້​ຫວັດ​ໃຫຍ່​ຢ່າງ​ເຂັ້ມ​ງວດ

cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 16 ມີນາ​ນີ້ ​ໂຄສົກ​ສູນ​ປ້ອງ​ກັນ​ດ້ານ​ສາທາລະນະ​ສຸກ​ຂອງ​ພະ​ແນ​ກ​ສາທາລະນະ​ສຸກ​ອົງການ​ປົກຄອງ​ເຂດ​ພິ​ເສດ​ຮົງ​ກົງ​ກ່າວ​ວ່າ, ນັບ​ມາ​ຮອດ​ປັດຈຸບັນ ສູນ​ປ້ອງ​ກັນ​ດ້ານ​ສາທາລະນະ​ສຸກ ​ໂຮງຫມໍ​ລັດແລະ​ໂຮງຫມໍ​ເອກະ​ຊົນ​ຂອງ​ຮົງ​ກົງ​ໄດ້​ຮັບ​ການ​ລາຍ​ງານ 12 ລາຍກ່ຽວ​ກັບ​ການ​ຕິດຕາມ​ພະຍາດ​ໄຂ້ຫວັດ​ໃຫຍ່,​ໃນ​ນັ້ນມີ 4 ລາຍ​ແມ່ນ​ຖືກ​ບົ່ງມະຕິ​ເປັນ​ພະຍາດ​ໄຂ້ຫວັດ​ໃຫຍ່​ແທ້.

​ໂຄສົກ​ຜູ່ນີ້​ກ່າວ​ວ່າ, ​ໃນ 4 ຄົນ​ດັ່ງກ່າວ​,​ເດັກ​ຍິງ​ອາຍຸ 2 ຂວບ​ຜູ່​ຫນຶ່ງ​ກັບ​ເດັກ​ຊາຍ​ອາຍຸ 3 ຂວບ​ຜູ່​ຫນຶ່ງ​ມີ​ອາການ​ດີ​ຂຶ້ນ, ອີກ​ສອງ​ຄົນ​ຕ່າງ​ແມ່ນ​ເດັກ​ຍິງ​ທີ່​ອາຍຸ 7 ຂວບກັບ 8 ຂວບໄດ້​ອອກ​ໂຮງຫມໍ​ແລ້ວ, ສູນ​ປ້ອງ​ກັນ​ດ້ານ​ສາທາລະນະ​ສຸກ​ພວມ​ຕິດຕາມ​ຜູ່​ອື່ນໆ​ຢູ່.

​ການ​ຕິດຕາມກວດກາ​ພະຍາດ​ໄຂ້ຫວັດ​ໃຫຍ່ທີ່​ພວມ​ປະຕິບັດ​ຢູ່​ນັ້ນ​ແມ່ນ​ສູນ​ປ້ອງ​ກັນ​ດ້ານ​ສາທາລະນະ​ສຸກ​ຂອງ​ກົມ​ສາທາລະນະ​ສຸກ​ເຂດ​ພິ​ເສດ​ຮົງ​ກົງ​ແລະ​ໂຮງຫມໍ​ຢູ່​ແຫ່ງ​ນັ້ນພ້ອມ​ກັນ​ດຳ​ເນີນ​ຂຶ້ນ​ໃນ​ວັນ​ທີ 13 ມີນາ​ນີ້,​ເພື່ອ​ຕິດຕາມ​ອາການ​ຂອງ​ເດັກນ້ອຍ​ທີ່ເຂົ້າ​ນອນໂຮງຫມໍ​ຍ້ອນ​ມີ​ອາການ​ທີ່​ກ່ຽວ​ພັນ​ກັບ​ໄຂ້ຫວັດ​ໃຫຍ່​ເຊັ່ນ ປອດ​ອັກ​ເສບ​ຮຸນ​ແຮງ ​ກ້າມ​ຊີ້​ນຫົວ​ໃຈ​ອັກ​ເສບ ສະຫລົບ​ແລະ​ເລືອດ​ເປັນ​ພິດ.