ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-18 12:12:23    
ລະ​ບຽບ​ສັງ​ຄົມ​ຂອງ​ນະ​ຄອນ​ລາ​ຊາ​ເທດ​ສະ​ບານ​ເຂດ​ປົກ​ຄອງ​ຕົນ​ເອງ​ຕິ​ເບດ​ຈີນ​ໄດ້​ຟື້ນ​ຟູ​ຄວາມ​ໝັ້ນ​ທ່ຽງ

cri
ຕາມ​ຂ່າວ CRI: ວັນ​ທີ 17 ມີນາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຊ້ຽງປ່າ​ພິງ​ໂຊ້ ປະທານ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດຈີນ​ກ່າວ​ວ່າ, ສະຖານະ​ການ​ຂອງ​ນະຄອນ​ລາຊາ​ໄດ້​ກັບ​ຄືນ​ສູ່ຄວາມ​ສະຫງົບ​ແລ້ວ, ລະບຽບ​ສັງຄົມ​ໄດ້​ຟື້ນ​ຟູ​ຄວາມ​ໝັ້ນ​ທ່ຽງ.

ທ່ານ​ຊ້ຽງປ່າພິງ​ໂຊ້​ໃຫ້​ທັດ​ສະ​ນະ​ດັ່ງກ່າວ​ໃນ​ກອງປະຊຸມ​ຂ່າວ​ຂອງ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ.

ທ່ານ​ຊ້ຽງພິງ​ປ່າ​ໂຊ້​ກ່າວ​ວ່າ, ​ເຫດການ​ໃຊ້​ຄວາມຮຸນ​ແຮງ​ຢ່າງ​ຮ້າຍ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ນະຄອນ​ລາຊາ​​ໃນ​ວັນ​ທີ 14 ມີນາ​ນີ້​ແມ່ນ​ກຸ່ມ​ດາ​ໄລລາ​ມະ​ຈັດ​ຕັ້ງ, ວາງ​ແຜນ,​ປຸກ​ປັ່ນ, ​ອິດທິກຳລັງ​ແບ່ງ​ແຍກ​ຕິ​ເບດ​ເປັນ​ເອກະລາດ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ສົມ​ຮູ້​ຮ່ວມ​ຄິດກໍ່​ຂຶ້ນ. ຕໍ່​ເຫດການ​ດັ່ງກ່າວ, ປະຊາຊົນ​ເຜົ່າ​ຕ່າງໆ​ຂອງ​ເຂດ​ຕິ​ເບດ​ໄດ້​ສະ​ແດງ​ຄວາມ​ຄຽດ​ແຄ້ນ​ຢ່າງ​ໃຫຍ່ຫຼວງ​ແລະ​ກ່າວ​ປະນາມ​ຢ່າງ​​ເຄັ່ງ​ຕຶງ, ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບດ​ໄດ້​ປະຕິບັດ​ການ​ຕໍ່​ພວກ​ສ້າງ​ຄວາມຮຸນ​ແຮງ​ນັ້ນຕາມ​ກົດໝາຍ​ຢ່າງ​ວ່ອງ​ໄວ.

ວັນ​ທີ 14 ມີນາ​ນີ້, ​ນະຄອນ​ລາຊາ​ໄດ້​ເກີດ​ເຫດການ​ຈາລະ​ຈົນ​ຢ່າງ​ຮ້າຍ​ແຮງ. ຕາມ​ສະຖາ​ນະ​ການ​ຫຼ້າສຸດ​ໃນ​ປະຈຸ​ບັນ, ກຸ່ມ​ທີ່​ໃຊ້​ຄວາມຮຸນ​ແຮງ​ໄດ້​ເຜົາ​ເຮືອນ​ຢູ່​ແລະ​ຮ້ານ​ຄ້າ 210 ກວ່າ​ຫ້ອງ, ທຸບ​ແລະ​ເຜົາ​ລົດ 50 ກວ່າ​ຄັນ, ​ເຜົາ​ແລະ​ຂ້າ​ປະຊາຊົນ​ຕາຍ 13 ຄົນ. ນຳ​ເອົາ​ຜົນ​ເສຍ​ຫາຍ​ອັນ​ໃຫຍ່​ຫຼວງ​ດ້ານ​ຊີວິດ​ແລະ​ຊັບ​ສິນ​ໃຫ້​ແກ່​ປະຊາຊົນ​ທ້ອງ​ຖິ່ນ, ​ເຮັດ​ໃຫ້​ລະບຽບ​ສັງຄົມ​ໃນ​ທ້ອງ​ຖິ່ນ​ຖືກ​ທຳລາຍ​ຢ່າງ​ຮ້າຍ​ແຮງ.