ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-18 12:16:42    
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ​ການ​ພັດ​ທະ​ນາ​ແລະ​ຄວາມ​ກ້າວ​ໜ້າ​ຂອງ​ເຂດ​ຕິ​ເບດ​ບໍ່​ວ່າ​ຈະ​ແມ່ນ​ອິດ​ທິ​ກຳ​ລັງ​ໃດ​ກໍ່​ກີດ​ຂວາງ​ບໍ່​ໄດ້

cri

ຕາມ​ຂ່າວCRI,ວັນ​ທີ17​ມີນາ​ນີ້,ທ່ານ​ລີ​ວຈ້ຽນຊາວ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ການ​ພັດທະນາ​ແລະ​ຄວາມ​ກ້າວໜ້າ​ຂອງ​ເຂດ​ຕິ​ເບ​ດບໍ່​ວ່າ​ຈະ​ແມ່ນ​ອິດ​ທິ​ກຳ​ລັງ​ໃດ​ກໍ່​ກີດ​ຂວາງ​ບໍ່​ໄດ້,​ກົນ​ອຸ​ບາຍ​ໃດໆ​ທີ່​ຢາກ​ແບ່ງ​ແຍກ​ປະ​ເທດ​ຍ່ອມ​ຈະ​ຖືກ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ​ຈີນ​ເຊິ່ງ​ລວມ​ທັງ​ພີ່​ນ້ອງ​ຮ່ວມ​ຊາດ​ຕິ​ເບດ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ​ແນ່​ນອນ.

ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ,ທ່ານ​ລີວ​ຈ້ຽນຊາວກ່າວ​ວ່າ,ວັນ​ທີ14​ມີນາ​ນີ້,​ຢູ່​ນະ​ຄອນ​ລາ​ຊາ​ໄດ້​ເກີດ​ເຫດ​ການ​ຈາ​ລະ​ຈົນ​ໃຊ້​ຄວາມ​ຮຸນ​ແຮງ​ຢ່າງ​ໜັກ​ໜ່ວງ​ຄື​ທຸບ​ຕີ ທັບ​ມ້າງ​ແລະ​ຈູດ​ໄຟ​ເຜົາ,​ເຊິ່ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ແກ່​ຊີ​ວິດ​ແລະ​ຊັບ​ສິນ​ຂອງ​ປະ​ຊາ​ຊົນ​ລາ​ຊາ,​ເຮັດ​ໃຫ້​ຄວາມ​ສະຫງົບ​ຂອງ​ລາຊາ​ຖືກ​ທຳ​ລາຍ​ຢ່າງ​ໜັກ​ໜ່ວງ.​ນີ້​ແມ່ນ​ກຸ່ມ​ດາ​ໄລ​ລາ​ມະ​ຈັດ​ຕັ້ງ​ແລະ​ວາງ​ແຜນ​ຢ່າງ​ຄັກ​ແນ່,​ຍຸ​ຍົງ​ອິດ​ທິ​ກຳ​ລັງ​ແບ່ງ​ແຍກ​ຕິ​ເບດ​ອອກ​ຈາກ​ຈີນ​ໃຫ້​ເປັນ​ເອ​ກະ​ລາດ​ທີ່​ຢູ່​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ສົມ​ຮູ້​ຮ່ວມ​ຄິດ​ກໍ່​ເຫດ​ການ​ດັ່ງ​ກ່າວ.​ການ​ກະ​ທຳ​ຂອງ​ກຸ່ມ​ຄົນ​ບໍ່​ດີ​ເຫຼົ່າ​ນີ້​ບໍ່​ແມ່ນ​ການສະ​ແດງ​ກຳ​ລັງ​ໂດຍ​ສັນ​ຕິ,​ຫາກ​ແມ່ນ​ຈາ​ລະ​ຈົນ​ໃຊ້​ຄວາມ​ຮຸນ​ແຮງ.ພະ​ແນ​ກທີ່​ກ່ຽວ​ຂ້ອງ​ຂອງ​ເຂດ​ປົກ​ຄອງ​ຕົນ​ເອງ​ຕິ​ເບດ​ແກ້​ໄຂ​ເຫດ​ການ​ນີ້​ຕາມ​ກົດ​ໝາຍ​ແມ່ນ​ເພື່ອ​ປົກ​ປັກ​ຮັກສາ​ຄວາມ​ສະ​ຫງົບ​ຂອງ​ສັງ​ຄົມ,​ປົກ​ປັກ​ຮັກ​ສາ​ລະ​ບອບ​ກົດ​ໝາຍ​ແຫ່ງ​ຊາດ,​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ເຂດ​ຕິ​ເບດ.​ໃນ​ເວລາ​ແກ້​ໄຂ​ເຫດ​ການ​ນີ້,​ຜູ່​ປະ​ຕິ​ບັດ​ກົດ​ໝາຍ​ໄດ້​ຮັກ​ສາ​ຄວາມ​ອົດ​ກັ້ນ​ຢ່າງ​ສຸດ​ຂີດ.​ເຫດ​ການ​ເທື່ອ​ນີ້​ໄດ້​ເຜີ​ຍ​ແບ​ໃຫ້​ເຫັນ​ທາດ​ແທ້​ແບ່ງ​ແຍກ​ປະ​ເທດ​ຂອງ​ກຸ່ມ​ດາ​ໄລ​ລາ​ມະ​ພ້ອມ​ດ້ວຍ​ຄວາມ​ປອມ​ແປງ​ແລະ​ຫຼອກ​ລວງ​ຂອງ​ຄຳ​ວ່າ​"ສັນຕິພາບ ບໍ່​ໃຊ້​ຄວາມ​ຮຸນ​ແຮງ"​ທີ່​ເຂົາ​ກ່າວ​ອ້າງ​ຕະ​ຫຼາດ​ນັ້ນ.​ແລະ​ຫວັງ​ວ່າ​ປະ​ເທດ​ຕ່າງໆ​ຈະ​ເຄົາ​ລົບ​ສະ​ພາບ​ຄວາມ​ເປັນ​ຈິງ,​ຮູ້​ຖືກ​ຮູ້​ຜຶດ​ຢ່າງ​ຈະ​ແຈ້ງ.