ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-18 15:29:14    
ທ່ານ​ເວີນ​ເຈຍ​ປາວ​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ

cri Author: d

ຕາມ​ຂ່າວCRI: ​ວັນທີ18ມີນາ​ນີ້ ກອງ​ປະຊຸມ​​ເທື່ອ​ທີ1ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ11​ໄດ້​ອັດ​ລົງ​ຢູ່​ປັກ​ກິ່ງ.ຫຼັງ​ກອງ​ປະຊຸມ ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີ ຈີນ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ,ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ແນວ​ຄິດພັດທະນາ​ໃນ5ປີ​ຂ້າງ​ໜ້າ​ແລະ​ບັນຫາ​ທີ່ໜ້າ​ສົນ​ໃຈທີ່​ສຸດ​ໃນ​ປະຈຸ​ບັນ​ຂອງ​ຈີນ.


ທ່ານ​ເວີນ​ເຈຍ​ປາວ​ກ່າວ​ວ່າ,ການສະ​ແຫວ​ງພັດທະນາ​ເສດຖະກິດ​ຢ່າງ​ໝັ້ນທ່ຽງ​ແລະ​ວ່ອງ​ໄວ ລົງ​ເລິກ​ປະຕິ​ຮູບ​ໂຄງ​ປະກອບ​ເສດຖະກິດ​ແລະ​ການ​ເມືອງ ຊຸກຍູ້​ຄວາມ​ທ່ຽງ​ທຳ​ແລະ​ຄວາມ​ເປັນ​ທຳ​ຂອງ​ສັງຄົມ ​​ແລະ​ເພີ່ມ​ທະວີ​ການ​ສ້າງຄວາມ​ສີວິ​ໄລ​ທາງ​ດ້ານ​ຈິດ​ໃຈ​ຂອງສັງຄົມ​ນິຍົມ ​ແມ່ນ4ບັນຫາ​ສຳ​ຄັນ​ທີ່​ທ່ານ​ພິຈາລະນາ​ແລະ​ເອົາ​ໃຈ​​ໃສ່​ຫຼາຍໃນ​ອະນາຄົດ.


​ໃນ​ເວລາ​ກ່າວ​ເຖິງ​ເປົ້າໝາຍ​ພັດທະນາ​ໃນ​ອະນາຄົດ​ຂອງ​ຈີນ,ທ່ານ​ເວີນ​ເຈຍ​ປາວ​ກ່າວ​ວ່າ,​ໃນ5ປີ​ຂ້າງ​ໜ້າ​ນີ້ ຈະ​ເຮັດ​ໃຫ້​ເສດຖະກິດ​ຈີນ​ມີ​ການ​ພັດທະນາ​ຫຼາຍ​ກວ່າ​ເກົ່າ,​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຍົກ​ສູງຂຶ້ນ​ຢ່າງ​ຫຼວງ​ຫຼາຍ,​ເຮັດ​ໃຫ້​ສັງຄົມ​ມີ​ຄວາມ​ກ້າວໜ້າ​ຫຼາຍ​ກວ່າ​ເກົ່າ,​ເຮັດ​ໃຫ້ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ຢ່ວງ​ບາດກ້າວທີ່​ໃຫຍ່​ກວ່າ​ເກົ່າ.ປີ​ນີ້,ຈີນ​ຈະ​ອອກ​ແຮງ​ປ້ອງ​ກັນ​ບໍ່​ໃຫ້​ເສດຖະກິດ​ຈາກການເພີ່ມ​ຂຶ້ນ​ອ່າວ​ໄວ​ຫັນ​​ເປັນໄວ​ເກີນ​​ໄປ,ສະກັດ​ກັ້ນ​ບໍ່​ໃຫ້​ລາຄາ​ສິນຄ້າ​ຂຶ້ນ​ລາຄາ​​ໄວ​ໂພດ​ແລະ​ເກີດ​ມີ​ໄພ​ເງິນ​ເຟີ້,ຮັກສາ​ໃຫ້​ເສດຖະກິດ​ພັດທະນາ​ຢ່າງ​ໝັ້ນທ່ຽງ​ແລະ​​ໄວວາ.
​ໃນ​ເວລາ​ກ່າວ​ເຖິງ​ບັນຫາ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ,ທ່ານ​ເວິນ​ເຈຍ​ປາວ​ໄດ້​ກ່າວຢ້ຳຫຼັກ​ໝັ້ນຂອງ​ຈີນ​ທີ່​ຄັດຄ້ານ"​ໄຕ້​ຫວັນ​ຈັດການ​ຢັ່ງ​​ປະຊາ​ມະຕິ​ເພື່ອ​ເຂົ້າ​ເປັນ​ສະມາຊິກ​ຂອງ​ສະຫະ​ປະຊາ​ຊາດ",​ແລະ​ກ່າວ​ວ່າ ຍິນ​ດີ​ຟື້ນ​ຟູ​ການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໂດຍ​ໄວ ພາຍ​ໃຕ້​ເງື່ອນ​ໄຂ​ຈີນ​ດຽວ.
1 2