ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-19 14:41:06    
ຈີນ​ກ່າວ​ວ່າ​ດາ​ໄລ​ລາ​ມະ​ແມ່ນ​ຜູ່​ພັດ​ຖິ່ນ​ການ​ເມືອງ​ທີ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ປະ​ເທດ​ຊາດ​ແລະ​ທຳ​ລາຍ​ຄວາມ​ສາ​ມັກ​ຄີ​ຂອງ​ຊາດ​ມາ​ແຕ່​ດົນ​ນານ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ18​ມີນາ​ນີ້,ຢູ່​ທີ່​ປັກ​ກິ່ງ,​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ,​ທ່ານ​ຊິນ​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຈີນ​ກ່າວ​ວ່າ,ດາ​ໄລລາ​ມະ​ບໍ່​ແມ່ນ​ບຸກ​ຄົນ​ທາງ​ສາ​ສະ​ໜາ​ແຕ່​ຢ່າງ​ດຽວ,​ແຕ່​ຍັງແມ່ນ​ຜູ່​ພັດ​ຖິ່ນ​ການ​ເມືອງ​ທີ່ຖືຄັນ​ຕາ​ລະ​ບັດສາສະໜາ​ເພື່ອ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ປະ​ເທດ​ຊາດ​ແລະທຳລາຍ​ຄວາມ​ສາມັກຄີຂອງ​ຊາດ​ຢູ່​ໃນ​ສາກົນມາ​ແຕ່​ດົນນານ.

ທ່ານ​ຊິນ​ຄ່າງ​ກ່າວ​ວ່າ,ດາ​ໄລລາ​ມະ​ບໍ່​ຍ່ອມ​ຮັບ​ວ່າ​ຕິ​ເບ​ດ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ຈີນ​ມາ​ແຕ່​ບູຮານ​ນະ​ການ,ກ່າວ​ວ່າ​ຕິ​ເບ​ດ​ແມ່ນ​ປະ​ເທດ​ທີ່​ຖືກ​ຈີນ​ຍຶດຄອງ,​ເຂົາ​ບໍ່​ຮັບຮອງ​ລະ​ບອບ​ຂອງ​ຕິ​ເບດ​ໃນ​ປັດ​ຈຸ​ບັນ,​ຍຶດ​ໝັ້ນ​ສ້າງ​ຕັ້ງ​ເຂດ​​ຕິ​ເບ​ດ​​ໃຫຍ່​ທີ່ກວມ​ເນື້ອ​ທີ່​ເກືອບ​1/4​ຂອງ​ດິນ​ແດນ​ຈີນ ທີ່​ບໍ່​ເຄີຍ​ຄົງ​ຕົວ​ໃນ​ປະ​ຫວັດ​ສາດ."​ລັດ​ຖະ​ບານ​ຕິ​ເບດ​ພັດ​ຖິ່ນ"​ທີ່​ກຸ່ມ​ດາ​ໄລ​ລາ​ມະ​ກ່າວ​ນັ້ນ​ໄດ້​ລະບຸ​ໃນ​"ກົດ​ບັດ​ຄົນ​ຕິ​ເບດ​ພັດ​ຖິ່ນ" ວ່າ,​ຈະ​ສ້າງ​ຕິ​ເບ​ດ​ໃຫ້​ເປັນ​ສາ​ທາ​ລະ​ນະ​ລັດ​ສະ​ຫະ​ລັດ​ປົກ​ຄອງ​ຕົນ​ເອງ​ປະ​ຊາ​ທິ​ປະ​ໄຕ.

ທ່ານ​ຊິນ​ຄ່າງ​ກ່າວ​ວ່າ,ຖ້ວຍ​ຄວາມ​ແລະການ​ກະທຳ​ຂອງ​ດາ​ໄລລາ​ມະ​ໃນ​ຫຼາຍ​ສິບ​ປີມາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ເຂົາ​ບໍ່​​ເຄີຍປະລະ​​ເຈດ​ຈຳນົງ​ແບ່ງ​ແຍກແລະ​ຢຸດຕິ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ ຢ່າງ​ແທ້​ຈິງຈັກ​ເທື່ອ.​ເຫດການ​ຈາລະ​ຈົນ​ໃຊ້​ຄວາມ​ຮຸນ​ແຮງ​ຢ່າງ​ຮ້າຍ​ແຮງ​ຄື​ທຸບ​ຕີ ທັບ​ມ້າງ ຈູດ​ໄຟ​ເຜົາ​ທີ່​ເກີດ​ຂຶ້ນ​ຢູ່​ນະຄອນ​ລາຊາ​ກໍ່​ແມ່ນ​ກຸ່ມ​ດາ​ໄລລາ​ມະ​ວາງ​ແຜນ​ແລະ​ປຸກ​ປັ່ນ​ຢ່າງ​ຄັກ​ແນ່,​ເຊິ່ງ​ໄດ້​ເຜີຍ​ແບ​ໃຫ້​ເຫັນ​ທາດ​ແທ້​ຂອງ​ກຸ່ມ​ດາ​ໄລລາ​ມະ​ທີ່​ແບ່ງ​ແຍກ,​ແລະ​ກໍ່​ໄດ້​ເຜີ​ຍ​ແບ​ຄວາມຈອມ​ປອມ​ແລະ​ຫຼອກ​ລວງ​ຂອງ​ຄຳ​ທີ່​ວ່າ​"ສັນ​ຕິ​ພາບ,​ບໍ່​ໃຊ້​ຄວາມ​ຮຸນ​ແຮງ"​ທີ່​ກຸ່ມ​ດາ​ໄລລາ​ມະ​ກ່າວ​ມາ​ນັ້ນ.